ຕອນເຊົ້າວັນທີ 21 ເມສາ 2022, ພິທີເປີດກອງປະຊຸມປະຈຳປີ 2022 ຂອງເວທີປຶກສາຫາລືອາຊີໂປອາວໄດ້ຈັດຂຶ້ນຢູ່ນະຄອນໂປອາວແຂວງໄຫຫຼຳຈີນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວປາຖະກະຖາທີ່ມີຫົວຂໍ້ວ່າ “ເກາະແຂນກັນຕ້ອນຮັບສິ່ງທ້າທາຍ, ຮ່ວມມືກັນສ້າງອະນາຄົດ” ຜ່ານທາງວີດີໂອ.
ທ່ານສີຈິ້ນຜິງກ່າວວ່າ: “ຮ່ວມກັນຊຸກຍູ້ຄວາມສາມັກຄີຂອງອາຊີ ເພີ່ມສີສັນ ແຕ່ບໍ່ແມ່ນສ້າງຄວາມວຸ້ນວາຍໃຫ້ກັບອາຊີ. ໃຊ້ການສົນທະນາ ແລະ ການຮ່ວມມືກັນເຂົ້າແທນການແຂ່ງຂັນແບບຜົນລວມເປັນສູນ, ໃຊ້ການເປີດປະຕູສູ່ພາຍນອກ ແລະ ກວມລວມ ເຂົ້າແທນການປິດກັ້ນຕົນເອງ ປັດເຂ່ຍຜູ້ອື່ນ, ໃຊ້ການແລກປ່ຽນ ຖອດຖອນບົດຮຽນນຳກັນເຂົ້າແທນການຖືຕົນເອງເປັນອະພິມະຫາອຳນາດພຽງໜຶ່ງດຽວ, ນີ້ຈຶ່ງແມ່ນຄວາມໃຈກວ້າງທີ່ອາຊີຄວນມີ. ບໍ່ວ່າແມ່ນປະເທດໃຫຍ່ ຫຼື ປະເທດນ້ອຍ, ບໍ່ວ່າຢູ່ພາຍໃນພາກພື້ນ ຫຼື ຢູ່ນອກພາກພື້ນກໍຕາມ, ລ້ວນແຕ່ຄວນ ເພີ່ມສີສັນ ແຕ່ບໍ່ແມ່ນສ້າງຄວາມວຸ້ນວາຍໃຫ້ກັບອາຊີ, ຄວນຮ່ວມກັນເດີນຕາມເສັ້ນທາງທີ່ພັດທະນາໂດຍສັນຕິ, ຮ່ວມກັນປຶກສາຫາລືກ່ຽວກັບແຜນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮ່ວມກັນສ້າງວົງຄະນາຍາດໃຫຍ່ອາຊີທີ່ສາມັກຄີ ແລະກ້າວໜ້າ.”