ທ່ານສີຈິ້ນຜິງເຂົ້າຮ່ວມກອງປະຊຸມປະຈຳປີ 2022 ຂອງເວທີປຶກສາຫາລືອາຊີໂປອາວ ແລະ ກ່າວຄຳປາໄສສຳຄັນ

2022-04-21 11:08:50 CRI

ພິທີໄຂກອງປະຊຸມປະຈຳປີ 2022 ຂອງເວທີປຶກສາຫາລືອາຊີໂປອາວ ໄດ້ຈັດຂຶ້ນຢູ່ເມືອງໂປອາວແຂວງໄຫຫຼຳ ສປ ຈີນໃນຕອນເຊົ້າວັນທີ 21 ເມສານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສໃນຫົວຂໍ້: “ຈັບມືກັນຮັບມືກັບສິ່ງທ້າທາຍ ແລະ ຮ່ວມກັນບຸກເບີກອະນາຄົດ” ໂດຍຜ່ານທາງວິດີໂອ.

ທ່ານສີຈິ້ນຜິງກ່າວວ່າ: ຄວາມຫຍຸ້ງຍາກໃດໆກໍບໍ່ສາມາດຂັດຂວາງການກ້າວເດີນໄປໜ້າຂອງປະຫວັດສາດໄດ້; ຄວາມໝັ້ນຄົງແມ່ນປະຖົມປັດໄຈຂອງການພັດທະນາ, ມວນມະນຸດແມ່ນປະຊາຄົມຄວາມໝັ້ນຄົງຮ່ວມກັນທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້. ຄວາມເປັນຈິງໄດ້ພິສູດໃຫ້ເຫັນອີກຄັ້ງໜຶ່ງວ່າ: ລັດທິເຈົ້າໂລກ ແລະ ການເມືອງເຈົ້າອຳນາດມີແຕ່ຈະທຳລາຍສັນຕິພາບໂລກເທົ່ານັ້ນ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ: ປະຊາຄົມໂລກໄດ້ພັດທະນາມາເຖິງປັດຈຸບັນນີ້, ໄດ້ກາຍເປັນເຄື່ອງຈັກທີ່ມີຫຼາຍຊີ້ນສ່ວນລະອຽດປະກອບເຂົ້າກັນໃຫ້ເປັນອັນໜຶ່ງອັນດຽວກັນແບບກາຍອິນຊີ, ຖ້າມ້າງຊີ້ນສ່ວນໃດໜຶ່ງອອກ ກໍອາດຈະເຮັດໃຫ້ເຄື່ອງຈັກປະສົບກັບບັນຫາຫຍຸ້ງຍາກທີ່ໜັກໜ່ວງ. ໃນກຳປັ່ນທີ່ຮ່ວມຊາຕາກຳນຳກັນ, ຖ້າມີເຈດຕະນາຍູ້ຄົນໃດຄົນໜຶ່ງລົງທະເລ ກໍເປັນເລື່ອງທີ່ຮັບບໍ່ໄດ້.

ທ່ານສີຈິ້ນຜິງເນັ້ນໜັກອີກວ່າ: ສັນຕິພາບແລະສະຖຽນລະພາບຂອງພາກພື້ນ ໄດ້ມາຈາກຄວາມພະຍາຍາມຮ່ວມຂອງປະເທດຕ່າງໆໃນພາກພື້ນ, ບັນດາປະເທດໃນອາຊີຄວນກຳແໜ້ນຊາຕາກຳຂອງຕົນ. ບໍ່ວ່າປະເທດໃຫຍ່ຫຼືປະເທດນ້ອຍ, ປະເທດເຂັ້ມແຂງ ຫຼື ປະເທດບໍ່ເຂັ້ມແຂງ, ປະເທດໃນພາກພື້ນ ຫຼືປະເທດນອກພາກພື້ນ, ທຸກປະເທດລ້ວນແຕ່ຄວນເພີ່ມສີສັນໃຫ້ແກ່ພາກພື້ນ ຫາກບໍ່ແມ່ນສ້າງຄວາມວຸ້ນວາຍ, ລ້ວນແຕ່ຄວນເດີນຕາມເສັ້ນທາງພັດທະນາໂດຍສັນຕິ, ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຮ່ວມກັນສ້າງວົງຄະນາຍາດອາຊີ ທີ່ສາມັກຄີ ແລະ ກ້າວໜ້າ.