ຈີນສາມາດສະໜອງໄຟຟ້າສີຂຽວ 100% ໃຫ້ທຸກຫ້ອງປະຊຸມຂອງກອງປະຊຸມປະຈຳປີ 2022 ຂອງເວທີປຶກສາຫາລືອາຊີໂປອາວ

2022-04-21 11:15:17 CRI

ກອງປະຊຸມປະຈຳປີ 2022 ຂອງເວທີປຶກສາຫາລືອາຊີໂປອາວ ໄດ້ເລີ່ມຈັດຂຶ້ນຢູ່ແຂວງໄຫຫຼຳ ສປ ຈີນແຕ່ວັນທີ 20 ເມສານີ້ ແລະ ດຳເນີນໄປເປັນເວລາ 3 ວັນ ພາຍໃຕ້ຫົວຂໍ້: “ຮ່ວມກັນຊຸກຍູ້ການພັດທະນາທົ່ວໂລກ ແລະ ສ້າງອະນາຄົດຮ່ວມກັນ ໃນສະພາບທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນໂລກ”.

ຈຸດເດັ່ນໃນກອງປະຊຸມປະຈຳປີ 2022 ແມ່ນການຫຼຸດການລະບາຍກາກບອນດິອອກຊິດ. ແຫຼ່ງຂ່າວຈາກບໍລິສັດຕາໜ່າງໄຟຟ້າພາກໃຕ້ຈີນໄດ້ໃຫ້ຮູ້ວ່າ: ໂດຍຜ່ານຈາກການຊື້ຂາຍພະລັງງານໄຟຟ້າສີຂຽວ, ກອງປະຊຸມປະຈຳປີ 2022 ຂອງເວທີປຶກສາຫາລືອາຊີໂປອາວ ໄດ້ບັນລຸເປົ້າໝາຍການສະໜອງໄຟຟ້າສີຂຽວ 100% ໃຫ້ທຸກຫ້ອງປະຊຸມ.

ຕາມຂ່າວແຈ້ງວ່າ: ຄະນະກຳມະການຈັດກອງປະຊຸມເວທີປຶກສາຫາລືອາຊີໂປອາວໄດ້ສຳເລັດການຊື້ຂາຍໄຟຟ້າສີຂຽວ 1 ລ້ານກິໂລວັດຊົ່ວໂມງ ໂດຍຜ່ານສູນຊື້ຂາຍພະລັງງານໄຟຟ້າແຂວງໄຫຫຼຳ. ພະລັງງານໄຟຟ້າສີຂຽວເຫຼົ່ານີ້ມາຈາກສະຖານີພະລັງງານໄຟຟ້າແສງຕາເວັນເມືອງເວີນຊາງ ທາງພາກຕາເວັນອອກສຽງເໜືອຂອງເກາະໄຫຫຼຳ, ນີ້ກໍເທົ່າກັບວ່າໄດ້ຫຼຸດການເຜົາໄໝ້ຖ່ານຫີນປະມານ 300 ໂຕນ ແລະ ຫຼຸດການປ່ອຍກາກບອນດິອອກຊິດປະມານ 750 ໂຕນ.