ທ່ານສີຈິ້ນຜິງກ່າວວ່າ: ປະເທດໃຫຍ່ຕ້ອງເປັນແບບຢ່າງ ສະແດງໃຫ້ເຫັນແບບຢ່າງຂອງປະເທດໃຫຍ່

2022-04-21 18:50:24 cri


ຕອນເຊົ້າວັນທີ 21 ເມສາ 2022, ພິທີເປີດກອງປະຊຸມປະຈຳປີ 2022 ຂອງເວທີປຶກສາຫາລືອາຊີໂປອາວໄດ້ຈັດຂຶ້ນຢູ່ນະຄອນໂປອາວແຂວງໄຫຫຼຳຈີນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວປາຖະກະຖາທີ່ມີຫົວຂໍ້ວ່າ “ເກາະແຂນກັນຕ້ອນຮັບສິ່ງທ້າທາຍ, ຮ່ວມມືກັນສ້າງອະນາຄົດ” ຜ່ານທາງວີດີໂອ.


ທ່ານສີຈິ້ນຜິງກ່າວວ່າ: “ພວກເຮົາຕ້ອງປະຕິບັດຕາມທັດສະນະຄຸ້ມຄອງໂລກທີ່ປຶກສາຫາລືຮ່ວມກັນ ສ້າງສາຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ, ເຊີດຊູຄ່ານິຍົມຮ່ວມຂອງມວນມະນຸດ, ສົ່ງເສີມໃຫ້ອະລິຍະທຳຕ່າງໆແລກປ່ຽນບົດຮຽນເຊິ່ງກັນແລະກັນ. ຕ້ອງຍຶດໝັ້ນລັດທິຫຼາຍຝ່າຍທີ່ແທ້ຈິງ, ປົກປັກຮັກສາລະບົບສາກົນທີ່ຖືອົງການສະຫະປະຊາຊາດເປັນແກນກາງ ແລະ ລະບຽບການສາກົນທີ່ຖືກົດໝາຍສາກົນເປັນພື້ນຖານ. ປະເທດໃຫຍ່ຍິ່ງຕ້ອງເປັນແບບຢ່າງ, ນຳໜ້າເນັ້ນໜັກເຖິງຄວາມສະເໝີພາບ, ການຮ່ວມມື, ຄວາມຊື່ສັດ ແລະ ຄຸ້ມຄອງຕາມກົດໝາຍ, ສະແດງໃຫ້ເຫັນແບບຢ່າງຂອງປະເທດໃຫຍ່.”