ທ່ານສີຈິ້ນຜິງຕອບຈົດໝາຍນັກຮຽນປະຖົມອັງກິດກ່ຽວກັບບັນຫາການປ່ຽນແປງຂອງດິນຟ້າອາກາດ

2022-04-22 16:33:37 cri

ໃນຫວ່າງມໍ່ໆມານີ້, ທ່ານສີຈິ້ນຜິງ, ປະທານປະເທດຈີນ ໄດ້ຕອບຈົດໝາຍ ນັກຮຽນຂອງໂຮງຮຽນປະຖົມຟຣານຊິສ ໂຮນແລນດ໌ຂອງອັງກິດ.

ທ່ານສີຈິ້ນຜິງຊີ້ອອກວ່າ: ການປ່ຽນແປງຂອງດິນຟ້າອາກາດເປັນສິ່ງທ້າທາຍທີ່ມວນມະນຸດພວມປະເຊີນຢູ່ຮ່ວມກັນ, ສະນັ້ນ, ມວນມະນຸດຈຶ່ງຕ້ອງຮ່ວມມືກັນຮັບມືກັບບັນຫານີ້. ໂຮງຮຽນຕ່າງໆຂອງຈີນ ຕ່າງກໍໄດ້ໃຫ້ຄວາມສຳຄັນແກ່ການສຶກສາກ່ຽວກັບຄວາມສິວິໄລດ້ານນິເວດ, ນັກຮຽນປະຖົມຂອງຈີນ ກໍໄດ້ປະກອບສ່ວນເລື່ອງເລັກໆໜ້ອຍໆທຸກຢ່າງໃຫ້ດີ ເພື່ອສ້າງນິດໄສທີ່ປະຢັດພະລັງງານ ແລະປົກປັກຮັກສາສິ່ງແວດລ້ອມ. ຂ້າພະເຈົ້າຍິນດີຕ້ອນຮັບພວກລູກຫຼານແລກປ່ຽນບົດຮຽນກັບນັກຮຽນປະຖົມຂອງຈີນ, ປູກຝັງແນວຄິດການພັດທະນາຕາມທິດສີຂຽວ, ຫຼັງຈາກໃຫຍ່ຂຶ້ນແລ້ວກໍຈະກາຍເປັນຜູ້ສ້າງສາບ້ານເມືອງທີ່ດີງາມຂອງມວນມະນຸດ.

ໂຮງຮຽນປະຖົມຟຣານຊິສ ໂຮນແລນດ໌ເປັນໂຮງຮຽນເດັກຍິງແຫ່ງໜຶ່ງທີ່ຕັ້ງຢູ່ນະຄອນຫຼວງລອນດອນ ປະເທດອັງກິດ, ໄດ້ມີການແລກປ່ຽນບົດຮຽນກັບພາຍນອກຢ່າງຕັ້ງໜ້າ ແລະສົ່ງເສີມໃຫ້ນັກຮຽນສົນໃຈກັບການປົກປັກຮັກສາສິ່ງແວດລ້ອມ ແລະການປ່ຽນແປງຂອງດິນຟ້າອາກາດ. ກ່ອນໜ້ານີ້ບໍ່ດົນ, ນັກຮຽນປະຖົມປີ 4 ຂອງໂຮງຮຽນແຫ່ງນີ້ໄດ້ຮ່ວມກັນຂຽນຈົດໝາຍເຖິງທ່ານສີຈິ້ນຜິງ ເພື່ອສະແດງຄວາມສົນໃຈກ່ຽວກັບບັນຫາການປ່ຽນແປງຂອງດິນຟ້າອາກາດ.