ເອກອັກຄະລັດຖະທູດຈີນປະຈຳອາເມຣິກາກ່າວວ່າ: ຈີນ ແລະ ອາເມຣິກາຄວນເສີມຂະຫຍາຍບົດບາດໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽບອາຫານທົ່ວໂລກ

2022-04-23 16:07:22 cri

ວັນທີ 21 ເມສານີ້ຕາມເວລາທ້ອງຖິ່ນ, ກອງປະຊຸມສຳມະນາຊັ້ນສູງກ່ຽວກັບກະສິກຳຈີນ-ອາເມຣິກາປີ 2022 ໄດ້ຈັດຂຶ້ນຢູ່ລັດໄອໂອວາຂອງອາເມຣິກາ.
   
ໃນກອງປະຊຸມສຳມະນາ, ທ່ານ ຊິນກ່າງ ເອກອັກຄະລະຖະທູດຈີນປະຈຳອາເມຣິກາກ່າວວ່າ, ໂດຍຜະເຊີນໜ້າກັບສະຖານະການທີ່ສັບສົນ ແລະ ຂ້ຽວຂາດໃນດ້ານການພັດທະນາກະສິກຳ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກ, ຈີນ ແລະ ອາເມຣິກາໃນຖານະທີ່ເປັນປະເທດໃຫຍ່ດ້ານກະສິກຳ ແລະ ປະເທດໃຫຍ່ດ້ານການຄ້າຜະລິດຕະພັນກະສິກຳ ຄວນຮ່ວມມືກັນເພື່ອຮັບມືກັບສິ່ງທ້າທາຍ, ຮັກສາກະສິກຳໃຫ້ພັດທະນາຢ່າງໝັ້ນທ່ຽງ, ເພີ່ມຄວາມໝັ້ນໜຽວຂອງຕ່ອງໂສ້ການສະໜອງຜະລິດຕະພັນກະສິກຳ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງປະເທດຕົນ ແລະ ຕັ້ງໜ້າຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງສະບຽງອາຫານສາກົນ, ສິ່ງນີ້ຍ່ອມຈະມີຜົນດີຕໍ່ການຮັກສາສັນຕິພາບຂອງໂລກ, ຊຸກຍູ້ເສດຖະກິດ ແລະ ສັງຄົມທົ່ວໂລກໃຫ້ມີການພັດທະນາຢ່າງໝັ້ນທ່ຽງ, ທັງຊູກຍູ້ມວນມະນຸດໃຫ້ມີການພັດທະນາແບບຍືນຍົງ.