ທ່ານກູເຕີເຣັສ ຈະເດີນທາງຢ້ຽມຢາມຣັດເຊຍແລະອູແກຣນ

2022-04-23 09:58:24 cri

ວັນທີ22ເມສານີ້ຕາມເວລາທ້ອງຖິ່ນ, ອົງການສະຫະປະຊາຊາດເປີດເຜີຍໃຫ້ຮູ້ວ່າ: ທ່ານ ອັນໂດນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດຈະເດີນທາງໄປຢ້ຽມຢາມຣັດເຊຍແລະອູແກຣນໃນອາທິດໜ້າ ໂດຍຈະພົບປະກັບທ່ານວະລາດີເມຍ ປູຕີນ ປະທານາທິບໍດີຣັດເຊຍ ຢູ່ນະຄອນຫຼວງມົສກູຂອງຣັດເຊຍໃນວັນທີ 26 ເມສາ, ຫຼັງຈາກນັ້ນຍັງຈະຈັດກອງປະຊຸມວຽກງານກັບທ່ານ ເຊີເກ ລາຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ທັງຮັບປະທານອາຫານທ່ຽງຮ່ວມກັນໃນມື້ດຽວກັນ.

ມື້ດຽວກັນ,ກະຊວງການຕ່າງປະເທດຣັດເຊຍໄດ້ຢືນຢັນຂ່າວດັ່ງກ່າວ.

ຫວ່າງກ່ອນນີ້ບໍ່ດົນ ທ່ານກູເຕີເຣັສໄດ້ສົ່ງສານໄປຍັງຄະນະຜູ້ຕາງໜ້າຖາວອນຂອງຣັດເຊຍແລະອູແກຣນປະຈຳອົງການສະຫະປະຊາຊາດ ໂດຍລະບຸວ່າ, ຫວັງຢາກໄປຢ້ຽມຢາມສອງປະເທດ ທັງຈະແຍກກັນພົບປະກັບທ່ານປູຕີນ ປະທານາທິບໍດີຣັດເຊຍ ແລະ ທ່ານ ວະລາດີເມຍ ເຊເລັນສະກີ ປະທານາທິບໍດີອູແກຣນ ເພື່ອປຶກສາຫາລືແບບໜ້າຕໍ່ໜ້າກ່ຽວກັບການບັນລຸສັນຕິພາບ ແລະເລື່ອງອື່ນໆ.

   ທ່ານ ກູເຕີເຣັສ ຈະເດີນທາງໄປຢ້ຽມຢາມອູແກຣນໃນວັນທີ 28 ເມສານີ້.