ຈີນປະກອບຄຳຄິດເຫັນກ່ຽວກັບເລື່ອງທີ່ຫວຽດນາມກ່າວວ່າ: ຂະບວນລົດໄຟຈີນ-ຫວຽດນາມທີ່ເປີດບໍລິການໃໝ່ ຈະຊຸກຍູ້ການຮ່ວມມືເຊື່ອມຈອດກັນ

2022-04-23 16:13:18 cri


    ວັນ 22 ເມສານີ້, ທ່ານ ຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຂ່າວແຈ້ງວ່າ, ໂຄສົກກະຊວງການຕ່າງປະເທດຫວຽດນາມກ່າວໃນວັນທີ 21 ເມສານີ້ວ່າ, ຂະບວນລົດໄຟຈາກແຂວງເສສວນ ແຂວງອ່ານຮຸ່ຍ ແລະ ບ່ອນອື່ນໆຂອງຈີນໄປສູ່ຫວຽດນາມ ໄດ້ເປີດບໍລິການໃນຫວ່າງມໍ່ໆມານີ້, ການເຊື່ອມຕໍ່ທາງລົດໄຟ ຈະຊຸກຍູ້ການຮ່ວມມືເຊື່ອມຈອດກັນລະຫວ່າງ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ກັບ “ສອງແລວທາງໜຶ່ງວົງ” ຂອງຫວຽດນາມ, ຫວຽດນາມຍິນດີຮ່ວມກັບຈີນ ພ້ອມກັນຊຸກຍູ້ການຄ້າລະຫວ່າງສອງປະເທດໃຫ້ພັດທະນາຢ່າງໝັ້ນທ່ຽງ ດຸນດຽງ  ແລະ ຍືນຍົງ, ສ້າງຜົນປະໂຫຍດຕົວຈິງໃຫ້ກັບສອງປະເທດ, ຂໍຖາມວ່າ ຈີນມີຄວາມເຫັນແນວໃດຕໍ່ເລື່ອງນີ້?

    ທ່ານ ຈ້າວລີ້ຈ່ຽນ ກ່າວວ່າ, ຍອດມູນຄ່າການຄ້າລະຫວ່າງຈີນ ກັບ ຫວຽດນາມໃນປີ 2021 ໄດ້ບັນລຸຫຼາຍກວ່າ 230 ຕື້ໂດລາ, ຈີນໄດ້ຮັກສາຖານະເປັນຄູ່ການຄ້າໃຫຍ່ທີ່ສຸດຂອງຫວຽດນາມເປັນເວລາຫຼາຍປີຢ່າງລຽນຕິດ. ສ່ວນຫວຽດນາມ ກໍສືບຕໍ່ເປັນຄູ່ການຄ້າໃຫຍ່ທີ່ສຸດຂອງຈີນໃນພາກພື້ນອາຊຽນ, ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງສອງປະເທດ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ທັງມີອະນາຄົດອັນກວ້າງຂວາງ. ຂະບວນລົດໄຟຈີນ-ຫວຽດນາມທີ່ເປີດບໍລິການໃໝ່ ໄດ້ເພີ່ມພະລັງແຮງໃໝ່ຕໍ່ເລື່ອງນີ້, ຈີນຍິນດີຮ່ວມກັບຫວຽດນາມ ຊຸກຍູ້ການຮ່ວມມືເຊື່ອມຈອດກັນລະຫວ່າງ “ໜຶ່ງແລວໜຶ່ງເສັ້ນທາງ” ກັບ “ສອງແລວທາງໜຶ່ງວົງ” ຢ່າງຕໍ່ເນື່ອງ ເພື່ອຊ່ວຍຍົກສູງລະດັບຄຸນນະພາບການຮ່ວມມືທີ່ແທດເໝາະກັບສະພາບຄວາມເປັນຈິງລະຫວ່າງຈີນ ກັບ ຫວຽດນາມ, ປະກອບສ່ວນຢ່າງຕັ້ງໜ້າເພື່ອການຟື້ນຟູເສດຖະກິດຂອງພາກພື້ນ ກໍຄືຂອງໂລກ.