ເຮືອທ່ອງທ່ຽວເກີດອຸບັດເຫດຫຼົ້ມຢູ່ຮັອກໄກໂດປະເທດຍີ່ປຸ່ນ

2022-04-24 15:01:10 cri

ໂທລະພາບ NHK ຂອງຍີ່ປຸ່ນລາຍງານວ່າ: ວັນທີ 23 ເມສານີ້, ເຮືອທ່ອງທ່ຽງລຳໜຶ່ງທີ່ບັນທຸກລູກເຮືອ ແລະນັກທ່ອງທ່ຽວ 26 ຄົນ ໄດ້ເກີດອຸບັດເຫດຫຼົ້ມຢູ່ເຂດໃກ້ຽງແຫຼມຊີເຣໂຕໂກະ ທາງພາກຕາເວັນອອກສຽງເໜືອຂອງແຂວງຮັອກໄກໂດປະເທດຍີ່ປຸ່ນ ຍ້ອນນ້ຳເຂົ້າເຮືອ. ເຮືອລຳນີ້ໄດ້ຂາດການຕິດຕໍ່ຫຼັງຈາກໄດ້ຂໍການຊ່ວຍເຫຼືອນຳອົງການຮັກສາຄວາມປອດໄພທາງທະເລຍີ່ປຸ່ນ.

ຕາມຂ່າວລາຍງານວ່າ: ໃນເວລາປະມານ 13 ໂມງ 15 ນາທີຂອງວັນທີ 23 ເມສານີ້, ລູກເຮືອຢູ່ເຮືອທ່ອງທ່ຽວຂະໜາດນ້ອຍລຳໜຶ່ງໄດ້ຕິດຕໍ່ກັບອົງການຮັກສາ ຄວາມປອດໄພທາງທະເລຍີ່ປຸ່ນ ເພື່ອຂໍການຊ່ວຍເຫຼືອ ໂດຍກ່າວວ່າ “ນ້ຳກຳລັງໄຫຼເຂົ້າຫົວເຮືອ, ເຮືອກຳລັງຈະຈົມລົງ, ລຳເຮືອໄດ້ອ່ຽງໄປທາງຂ້າງປະມານ 30 ອົງສາ”. ຫຼັງຈາກນັ້ນ, ເຮືອລຳນີ້ໄດ້ຂາດການຕິດຕໍ່. ຕາມຂ່າວລາຍງານວ່າ: ລູກເຮືອ ແລະຜູ້ໂດຍສານຢູ່ໃນເຮືອລຳນີ້ ໄດ້ນຸ່ງເສື້ອຊູຊີບທັງໝົດ.