ມູນຄ່າການຄ້າລະຫວ່າງຈີນກັບອາຟຣິກກາໃນປີ2021ໄດ້ສ້າງສະຖິຕິສູງສຸດຄັ້ງໃໝ່

2022-04-24 10:23:48 cri



 ງານຊື້ສິນຄ້າຄຸນນະພາບດີແລະຫຍີ່ຫໍ້ດີທາງອ໋ອນລາຍຄັ້ງທີ 4 ແລະ ງານຊື້ສິນຄ້າດີເດັ່ນອາຟຣິກກາທາງອ໋ອນລາຍຈະຈັດຂຶ້ນລະຫວ່າງວັນທີ 28 ເມສາຫາວັນທີ 12 ພຶດສະພາ2022. ຕາມສະຖິຕິ, ຈຳນວນຫຍີ່ຫໍ້ສິນຄ້າທີ່ນຳ ມາວາງຈຳໜ່າຍໃນກິດຈະກຳຄັ້ງນີ້ມີຫຼາຍກວ່າ 1 ແສນຫຍີ່ຫໍ້, ຈຳນວນວິສາ ຫະກິດທີ່ມີສ່ວນຮ່ວມຈະມີຫຼາຍກວ່າ 1 ລ້ານແຫ່ງ.

ແຂວງຕ່າງໆຂອງຈີນເຊັ່ນ: ຫູນານ, ເຈີ້ຈ່ຽງ, ຫູເປີຍ, ເຫີນານແລະອື່ນໆຈະນຳໃຊ້ວິທີການຕ່າງໆເຊັ່ນ: ໃຫ້ທ່ານເອກອັກຄະລັດຖະທູດບັນດາປະເທດອາຟຣິກກາປະຈຳຈີນ ໄລສົດ, ໂຄສົກຊາວອາຟຣິກກາຕໍ່ສາຍໄລສົດແລະອື່ນໆ ເພື່ອນຳສະເໜີຜະລິດຕະ ພັນທີ່ມີເອກະລັກພິເສດຂອງ 23 ປະເທດໃນອາຟຣິກກາເຊັ່ນ: ກາເຟຂອງປະ ເທດເອທິໂອປີ, ແຈ່ວຂອງປະເທດຣູວັນດາ, ຊາແດງຂອງເຄັນຢາ ແລະ ອື່ນໆ ເຊິ່ງເຮັດໃຫ້ຜູ້ບໍລິໂພກໄດ້ຮັບຮູ້ແລະເຂົ້າໃຈເອກະລັກພິເສດຂອງອາຟຣິກກາ.

ຕາມຂ່າວແຈ້ງວ່າ: ປີ2021, ມູນຄ່າການຄ້າລະຫວ່າງຈີນກັບອາຟຣິກກາ ໄດ້ເຕີບໂຕ 35,3% ເຖິງຈະມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19ກໍຕາມ, ເຊິ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ. ໃນນີ້ ຈີນໄດ້ນຳເຂົ້າສິນຄ້າຈາກ ອາຟຣິກກາເພີ່ີມຂຶ້ນ 43,7%ເມື່ອທຽບໃສ່ປີ2020.

 ນັບຕັ້ງແຕ່ປີ2019ເປັນຕົ້ນມາ,  ງານຊື້ສິນຄ້າຄຸນນະພາບດີແລະຫຍີ່ຫໍ້ດີ ທາງອ໋ອນລາຍໄດ້ຈັດຂຶ້ນມາແລ້ວ 3 ຄັ້ງລຽນຕິດ ເຊິ່ງໄດ້ດຶງດູດວິສາຫະກິດ ແລະຜູ້ບໍລິໂພກຈຳນວນຫຼວງຫຼາຍໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າ.