“ດັດຊະນີຄຸນນະພາບຊີວິດການເປັນຢູ່”ຂອງນະຄອນລອສ ແອນເຈີລີສປະເທດອາເມຣິກາຫຼຸດລົງຕ່ຳສຸດໃນໄລຍະ 7 ປີຜ່ານມາ

2022-04-24 15:08:05 cri

ຜົນການສຳຫຼວດສະບັບຫຼ້າສຸດໄດ້ສະແດງໃຫ້ເຫັນວ່າ: “ດັດຊະນີຄຸນນະພາບຊີວິດການເປັນຢູ່”ຂອງນະຄອນລອສ ແອນເຈີລີສປະເທດອາເມຣິກາໄດ້ຫຼຸດລົງຕ່ຳສຸດໃນໄລຍະ 7 ປີຜ່ານມາ.

ຜົນການສຳຫຼວດສະບັບດັ່ງກ່າວໄດ້ເປີດເຜີຍໃນວັນທີ 22 ເມສານີ້ ໂດຍສະແດງໃຫ້ເຫັນວ່າ: “ດັດຊະນີຄຸນນະພາບຊີວິດການເປັນຢູ່”ຂອງນະຄອນລອສ ແອນເຈີລີສ ໄດ້ຫຼຸດລົງຈາກ 58 ຄະແນນໃນປີ 2021 ຍັງເຫຼືອ 53 ຄະແນນໃນປີນີ້(ຂອບເຂດການຕີລາຄາເປັນຄະແນນແຕ່ 10 ຫາ 100) ເຊິ່ງສະແດງໃຫ້ເຫັນວ່າ: ປະຊາຊົນສ່ວນຫຼາຍບໍ່ພໍໃຈກັບຄຸນນະພາບຊີວິດການເປັນຢູ່ໂດຍລວມ.

ນອກນີ້, ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19, ມີຜູ້ຕອບແບບສອບຖາມ 69% ເຫັນວ່າ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ປ່ຽນແປງຊີວິດການເປັນຢູ່ຂອງຄົນທັງຫຼາຍໂດຍພື້ນຖານ, ມີແຕ່ 28% ເທົ່ານັ້ນ ມີຄວາມໝັ້ນໃຈຈະ “ສາມາດກັບຄືນສູ່ຮູບແບບການດຳລົງຊີວິດຄືກັບເມື່ອກ່ອນໄດ້”.