ເລຂາທິການໃຫຍ່ອົງການ ສປຊ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືສາກົນເພື່ອ ຮັບມືກັບສິ່ງທ້າທາຍອັນໃຫຍ່ຫຼວງທີ່ລັດທິຫຼາຍຝ່າຍພວມປະເຊີນຢູ່

2022-04-25 17:08:01 cri


   ວັນທີ 24 ເມສານີ້,ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການ ສະຫະປະຊາຊາດໄດ້ກ່າວຄຳປາໄສເນື່ອງໃນໂອກາດວັນສາກົນເພື່ອລັດທິຫຼາຍ ຝ່າຍກັບການທູດສັນຕິພາບ,ໂດຍຮຽກຮ້ອງໃຫ້ປະຊາຄົມໂລກເພີ່ມທະວີການຮ່ວມມືກັນເພື່ອຮັບມືກັບສິ່ງທ້າທາຍອັນໃຫຍ່ຫຼວງທີ່ລັດທິຫຼາຍຝ່າຍພວມປະເຊີນຢູ່.


   ໃນຄຳປາໄສຂອງທ່ານກູເຕີເຣັສໄດ້ລະບຸວ່າ:ຄຳໝັ້ນສັນຍາກ່ຽວກັບລັດທິ ຫຼາຍຝ່າຍທີ່ປະຊາຄົມໂລກໃຫ້ໄວ້ໃນເວລາສ້າງຕັ້ງອົງການສະຫະປະຊາຊາດນັ້ນ “ພວມຖືກທຳລາຍ”,ຫຼັກການຕົ້ນຕໍຂອງການຮ່ວມມືຫຼາຍຝ່າຍພວມປະເຊີນກັບ ຄວາມກົດດັນອັນໃຫຍ່ຫຼວງທີ່ສຸດນັບແຕ່ອົງການສະຫະປະຊາຊາດໄດ້ຮັບການ ສ້າງຕັ້ງຂຶ້ນເປັນຕົ້ນມາ.ຈາກວິກິດການດ້ານດິນຟ້າອາກາດຈົນຮອດການປະທະກັນທີ່ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ,ລວມທັງການປະທະກັນທາງການທະຫານຢູ່ອູແກຣນ, ການຄຸ້ມຄອງແລະຄວບຄຸມອາວຸດລ້າງຜານຂະໜາດໃຫຍ່,ເຫດການສຸກເສີນດ້ານສາທາລະນະສຸກ,ກົນໄກທົ່ວໂລກເພື່ອປົກປ້ອງ,ຊາວອົບພະຍົບແລະອື່ນໆ, ລ້ວນ ແຕ່ສະແດງໃຫ້ເຫັນວ່າ:ລະບົບຫຼາຍຝ່າຍແລະລະບົບຄ່ານິຍົມດ້ານການຕ່າງປະ ເທດພວມປະເຊີນກັບໄພຂົ່ມຂູ່ຈາກທຸກທິດທາງ.


   ທ່ານກູເຕີເຣັສກ່າວວ່າ:ປະຊາຄົມໂລກຄວນສາມັກຄີເປັນຈິດໜຶ່ງໃຈດຽວກັນ, ພະຍາຍາມ“ຫັນເອົາເວລາເກີດວິກິດການດັ່ງກ່າວນີ້ເປັນໂອກາດຂອງລັດທິຫຼາຍ ຝ່າຍ”. ປະຊາຄົມໂລກຄວນພະຍາຍາມສ້າງຕັ້ງລັດທິຫຼາຍຝ່າຍທີ່ຫັນເປັນລັກ ສະນະເຄືອຂ່າຍຫຼາຍກວ່າເກົ່າແລະການມີສ່ວນຮ່ວມ.ທ່ານຮຽກຮ້ອງໃຫ້ລັດຖະບານແລະຜູ້ນຳປະເທດຕ່າງໆເນັ້ນໜັກຄືນຕໍ່ຄຳໝັ້ນສັນຍາທີ່ໃຫ້ໄວ້ໃນເວລາສົນທະ ນາກໍ່ຄືແຜນການແກ້ໄຂຂອງທົ່ວໂລກ,ເພາະວ່າ“ນີ້ແມ່ນເສັ້ນທາງພຽງເສັ້ນດຽວ ເພື່ອບັນລຸສັນຕິພາບແບບຍືນຍົງ.”