ຂະແໜງການອິນເຕີເນັດອຸດສາຫະກຳຂອງຈີນມີມູນຄ່າຫຼາຍກວ່າ 1.000 ຕື້ຢວນ

2022-04-25 14:22:51 cri


ໃນໄຕມາດທີໜຶ່ງປີນີ້, ຄຽງຄູ່ກັບຂະແໜງການອິນເຕີເນັດອຸດສາຫະກຳຂອງຈີນມີຍອດມູນຄ່າຫຼາຍກວ່າ 1000 ຕື້ຢວນ, ການຫັເປັນດີຈີຕອນຂອງຂະແໜງການອຸດສາຫະກຳການຜະລິດຂອງຈີນໄດ້ພັດທະນາໄວຂຶ້ນຢ່າງຮອບດ້ານ. ພະລັງແຮງຂັບເຄື່ອນໃໝ່ຂອງຂະແໜງການອຸດສາຫະກຳການຜະລິດໄດ້ເຮັດໃຫ້ຕ່ອງໂສ້ອຸດສາຫະກຳເຄື່ອນໄຫວຢ່າງມີປະສິດທິພາບສູງ ເຊິ່ງໄດ້ຍົກສູງຄຸນນະພາບແລະເພີ່ມປະສິດທິຜົນໃຫ້ກັບວິສາຫະກິດ.

ຕົວເລກສະຖິຕິຫຼ້າສຸດໄດ້ສະແດງໃຫ້ເຫັນວ່າ: ໃນໄຕມາດທີໜຶ່ງປີນີ້, ມູນຄ່າເພີ່ມ ຂອງອຸດສາຫະກຳຂະໜາດໃຫຍ່ຂອງຈີນໄດ້ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຂະແໜງການອິນເຕີເນັດອຸດສາຫະກຳມີຍອດມູນຄ່າຫຼາຍ ກວ່າ 1.000 ຕື້ຢວນ. ການນຳໃຊ້ອິນເຕີເອັດອຸດສາຫະກຳໃນຂະແໜງການໄດ້ເຂົ້າສູ່ລວງເລິກ, ໄດ້ຖືກນຳໃຊ້ໃນຂົງເຂດເສດຖະກິດແຫ່ງຊາດ 45 ປະເພດຢ່າງກວ້າງຂວາງ ເປັນຕົ້ນການຄົ້ນຄວ້າການອອກແບບ, ການຜະລິດ, ການດຳເນີນງານແລະການຄຸ້ມຄອງບໍລິຫານ. ໂດຍສະເພາະແມ່ນອິນເຕີເນັດອຸດສາຫະກຳ +5G ພວມພັດທະນາໄປສູ່ຂັ້ນຕອນການຜະລິດແລະການຄວບຄຸມຢ່າງວ່ອງໄວ.

ໃນໄຕມາດທີໜຶ່ງ, ຈີນໄດ້ປະກາດໂຄງການສາທິດຈຸດສຸມດ້ານອິນເຕີເນັດອຸດສາຫະກຳ 123 ໂຄງການ ແລະສູນສາທິດອຸດສາຫະກຳ 4 ແຫ່ງ ແລະ 75 ໂຄງການ  ເປັນຕົ້ນຄື: ສູນຂໍ້ມູນໃຫຍ່ອິນເຕີເນັດອຸດສາຫະກຳແຫ່ງຊາດ ໄດ້ສ້າງສຳເລັດແລ້ວແລະເລີ່ມດຳເນີນງານ, ໂຄງການ “5G+ອິນເຕີເນັດອຸດສາຫະກຳ” ທີ່ກຳລັງກໍ່ສ້າງໃນທົ່ວປະເທດມີເຖິງ 2.400 ໂຄງການ. ຈີນໄດ້ປະຕິບັດໂຄງການຊຸກຍູ້ໃຫ້ວິສາຫະກິດຂະໜາດກາງແລະນ້ອຍຫັນເປັນດີຈີຕອນ, ເມື່ອຮອດທ້າຍປີ 2022, ຈະຈັດຕັ້ງເວທີອິນເຕີເນັດອຸດສາຫະກຳຫຼາຍກວ່າ 100 ແຫ່ງ ເພື່ອໃຫ້ບໍລິການການຫັນເປັນດີຈີຕອນແກ່ວິສາຫະກິດຂະໜາດກາງແລະນ້ອຍຫຼາຍກວ່າ 100.000 ແຫ່ງ, ເພື່ອຊຸກຍູ້ໃຫ້ວິສາຫະກິດຂະໜາດກາງແລະນ້ອຍ 100.000 ແຫ່ງເຂົ້າສູ່ລະບົບອິນເຕີເນັດອຸດສາຫະກຳ.