ເປັນປະເທດມັກລັກຂໍ້ມູນທາງອິນເຕີເນັດໃຫຍ່ທີ່ສຸດ ພັດຍ້ອງຕົນເອງເປັນ “ຜູ້ປ້ອງກັນຄວາມປອດໄພທາງອິນເຕີເນັດ”

2022-04-25 16:29:47 CRI

ຫວ່າງມໍ່ໆມານີ້, ອຸປະກອນສຳຄັນອີກຢ່າງໜຶື່ງຂອງອາເມຣິກາ ເພື່ອໃຊ້ຕິດຕາມ, ຄວບຄຸມ ແລະ ໂຈລະກຳຂໍ້ມູນທາງອິນເຕີເນັດ ໄດ້ຖືກເປີດເຜີຍ, ອຸປະກອນດັ່ງກ່າວຊື່ວ່າ ຮັງເຜີ້ງ, ເປັນຂອງອົງການຂ່າວລັບສູນກາງອາເມຣິກາ ຫຼື CIA ເຊິ່ງສາມາດສົ່ງລະຫັດທີ່ມີເຈດຕະນາຮ້າຍ ເພື່ອໂຈມຕີ ແລະ ຄວບຄຸມທາງອິນເຕີເນັດ. ອິນເຕີເນັດ ແລະ ສິ່ງກໍ່ສ້າງພື້ນຖານໂຄງລ່າງດ້ານຂໍ້ມູນຂ່າວສານທີ່ສຳຄັນຢູ່ແຫ່ງຕ່າງໆຂອງໂລກ ລ້ວນແຕ່ໄດ້ກາຍເປັນ “ແຫຼ່ງຂ່າວລັບ” ຂອງອົງການຂ່າວລັບອາເມຣິກາ, ຂໍພຽງແຕ່ໃຊ້ຮາດແວ, ລະບົບໂປແກມ ຫຼື ຊອບແວແອບພລີເຄຊັນ ທີ່ສະໜອງໂດຍບໍລິສັດອິນເຕີເນັດອາເມຣິກາ, ກໍອາດຈະກາຍເປັນເປົ້າໝາຍຖືກໂຈມຕີ ຫຼືຖືກລັກຂໍ້ມູນໂດຍອົງການຂ່າວລັບອາເມຣິກາ, ທຸກການເຄື່ອນໄຫວຢູ່ຕາມອິນເຕີເນັດ ແລະ ຂໍ້ມູນໝົດທຸກຢ່າງທີ່ເຊບເກັບໄວ້ ອາດຈະລ້ວນແຕ່ຖືກເປີດເຜີຍໃຫ້ອົງການຂ່າວລັບອາເມຣິກາໄດ້ເຫັນໝົດ.

ອາເມຣິກາເປັນໂຈນລັກຂໍ້ມູນທາງອິນເຕີເນັດທີ່ມີຊື່ສຽງເນົ່າເໝັນຕະຫຼອດມາ. ເປັນເວລາດົນນານມາແລ້ວ, ອົງການຈັດຕັ້ງທີ່ກ່ຽວຂ້ອງຂອງອາເມຣິກາ ໄດ້ປະຕິບັດການລັກຄວາມລັບ, ຕິດຕາມຄວບຄຸມ ແລະ ໂຈມຕີລັດຖະບານ, ວິສາຫະກິດ ແລະ ບຸກຄົນຂອງຕ່າງປະເທດດ້ວຍອິນເຕີເນັດຢ່າງຂະໜາດໃຫຍ່, ມີການຈັດຕັ້ງ ແລະ ບໍ່ມີການຈຳແນກ. ຈາກເຫດການ “ວີກີລິງ”, ເຫດການ”ສະໂນເດັນ”, “ເຫດການອຸປະກອນລະຫັດລັບສະວິສ" ຕະຫຼອດຮອດອົງການຄວາມໝັ້ນຄົງແຫ່ງຊາດອາເມຣິກາດຳເນີນການດັກຟັງຜູ້ນຳປະເທດພັນທະມິດ ໂດຍຜ່ານອົງການຂ່າວລັບປະເທດດານມາກ. ອາເມຣິກາຍັງໄດ້ນຳໃຊ້ສັນຍານຂອງສະຖານີມືຖືແບບຈຳລອງ ເຊື່ອມຕໍ່ເຂົ້າມືຖືຂອງເປົ້າໝາຍ ເພື່ອລັກຂໍ້ມູນ, ຄວບຄຸມແອບມືຖື ແລະ ລັກເຂົ້າເຄື່ອງເຊີເວີອິນເຕີເນັດ, ນອກນີ້, ຍັງລັກເອົາຄວາມລັບໂດຍຜ່ານສາຍໃຍແກ້ວພື້ນທະເລ. ອາເມຣິກາຍັງໄດ້ຕິດຕັ້ງອຸປະກອນດັກຟັງຢູ່ໃນສະຖານທູດ ແລະ ສະຖານກົງສຸນຂອງຕົນປະຈຳຕ່າງປະເທດ 100 ກວ່າແຫ່ງ ເພື່ອລັກເອົາຄວາມລັບຂອງປະເທດເປົ້າໝາຍ. ນອກນີ້, ອາເມຣິກາຍັງໄດ້ຊຸກຍູ້ໃຫ້ພື້ນທີ່ອິນເຕີເນັດມາຮັບໃຊ້ວຽກງານທະຫານຢ່າງສຸດຄວາມສາມາດ ແລະ ອອກແຮງພັດທະນາຄວາມສາມາດໂຈມຕີທາງອິນເຕີເນັດ. ຕາມຂ່າວແຈ້ງວ່າ: ອາວຸດອິນເຕີເນັດ ທີ່ອາເມຣິກາພັດທະນາຂຶ້ນມານັ້ນມີຫຼາຍກວ່າ 2000 ຊະນິດ ເຊິ່ງເປັນປະເທດພັດທະນາອາວຸດອິນເຕີເນັດອັນດັບໜຶ່ງຂອງໂລກ.

ນອກຈາກ “ສົງຄາມອິນເຕີເນັດ” ແລ້ວ, ອາເມຣິກາຍັງໄດ້ຍຸຍົງສົ່ງເສີມປະເທດທີ່ກ່ຽວຂ້ອງ ໂດຍສະເພາະແມ່ນປະເທດອ້ອມຂ້າງປະເທດຈີນ ດຳເນີນການຮ່ວມມືດ້ານຄວາມໝັ້ນຄົງທາງອິນເຕີເນັດກັບອາເມຣິກາ ດ້ວຍຂໍ້ອ້າງທີ່ວ່າ: ຍົກສູງຄວາມສາມາດທາງອິນເຕີເນັດ, ຈົນເຖິງຂັ້ນປະຕິບັດອັນທີ່ເອີ້ນວ່າ: “ການຈັດວາງກຳລັງແນວໜ້າ” ຂອງກຳລັງທະຫານອິນເຕີເນັດ. ໃນຂະນະດຽວກັນ, ຍັງເຮັດແບບ “ໂຈນຮ້ອງຈັບໂຈນ”, ວາງແຜນສ້າງອັນທີ່ເອີ້ນວ່າ: “ພັນທະມິດອິນເຕີເນັດໃນອະນາຄົດ”, ສ້າງກຸ່ມກ້ອນຄັບແຄບຕ່າງໆ ເພື່ອປຶກສາຫາລືບັນຫາຄວາມໝັ້ນຄົງກ່ຽວກັບຕ່ອງໂສ້ການສະໜອງ ເພື່ອເຮັດໃຫ້ປະເທດຕ່າງໆກາຍເປັນໝາກເສິກທີ່ອາເມຣິກາໃຊ້ເປັນເຄື່ອງມີໃນການເປັນປໍລະປັກກັນດ້ານພູມມີພາກ. ຄວາມຈິງໄດ້ພິສູດໃຫ້ເຫັນອີກຄັ້ງໜຶ່ງວ່າ: ອາເມຣິກາເປັນປະເທດທີ່ມັກລັກຂໍ້ມູນທາງອິນເຕີເນັດໃຫຍ່ທີ່ສຸດໃນໂລກ ແລະ ເປັນໄພຂົ່ມຂູ່ໃຫຍ່ທີ່ສຸດຕໍ່ຄວາມໝັ້ນຄົງທາງອິນເຕີເນັດຂອງທົ່ວໂລກ.

ທ່ານຈູລຽນ ອາຊັນຈີ ຜູ້ສ້າງຕັ້ງເວັບໄຊ “ວິກີລິງ” ເຄີຍກ່າວວ່າ: “ກົດລະບຽບຂອງອາເມຣິກາມີແຕ່ຂໍ້ດຽວ, ນັ້ນກໍຄື: ບໍ່ມີກົດລະບຽບ.” ເພື່ອປົກປ້ອງສິດເປັນເຈົ້າອຳນາດຂອງຕົນ ແລະ ຕອບສະໜອງຄວາມທະເຍີທະຍານຂອງຕົນ, ອາເມຣິກາສາມາດແຊກແຊງອະທິປະໄຕຂອງປະເທດອື່ນ ແລະ ຢຽບຢ່ຳສິດທິມະນຸດຂັ້ນພື້ນຖານຂອງປະຊາຊົນປະເທດອື່ນຕາມລຳພັງໃຈ, ນີ້ເປັນ “ພະຍາດເຈົ້າໂລກ” ທີ່ຮ້າຍແຮງລ້ວນໆ. ແຕ່ວ່າ: ອາເມຣິກາພັດຍັງໂອ້ອວດຕົນເອງວ່າເປັນ “ຜູ້ປ້ອງກັນຄວາມໝັ້ນຄົງທາງອິນເຕີເນັດທົ່ວໂລກ”, ພັດໄດ້ມີການກະທຳແບບຈອມປອມຮ້າຍແຮງ ໂດຍປະຕິບັດ “ສອງມາດຕະຖານ” ຢ່າງເປີດແປນ ແລະ ທ້າທາຍເສັ້ນຕ່ຳສຸດດ້ານສິນທຳຂັ້ນພື້ນຖານຂອງມວນມະນຸດ, ສະນັ້ນ, ປະຊາຄົມໂລກຈະບໍ່ສາມາດອົດທົນຕໍ່ການກະທຳຂອງອາເມຣິກາແບບນີ້ຕໍ່ໄປໄດ້ອີກແລ້ວ.