ຈີນເລີ່ມປະຕິບັດໂຄງການສຳຫຼວດດວງຈັນໄລຍະ 4 ຢ່າງຮອບດ້ານ

2022-04-25 12:18:17 cri



ທ່ານອູຢ້ຽນຮວາ ຮອງຫົວໜ້າອົງການການບິນອະວະກາດແຫ່ງຊາດຈີນເປີດເຜີຍໃຫ້ ຮູ້ໃນເມື່ອບໍ່ດົນມານີ້ວ່າ: ໂຄງການສຳຫຼວດດວງຈັນໄລຍະ 4 ໄດ້ເລີ່ມດຳເນີນ ວຽກງານການຄົ້ນຄວ້າແລະຜະລິດຢ່າງເປັນທາງການໃນປີນີ້, ຕາມແຜນການໂຄງການ ການບິນອະວະກາດຈີນ ຍັງຈະສົ່ງຍານສຳຫຼວດດວງຈັນເຊັ່ນ: “ສາງເອີ 6” “ສາງເອີ 7” ແລະ “ສາງເອີ8”ຂຶ້ນສູ່ດວງຈັນຕາມລຳດັບ ເພື່ອດຳເນີນການຄົ້ນ ຄວ້າເຕັກນິກຂໍກຸນແຈສຳຄັນທີ່ກ່ຽວຂ້ອງ ແລະການສ້າງສະຖານີຄົ້ນຄວ້າວິ ທະຍາສາດເທິງດວງຈັນສາກົນ. ຕາມແຜນການ, ຍານສຳຫຼວດດວງຈັນ “ສາງເອີ6” ຈະລົງຈອດຢູ່ດ້ານໄກຂອງດວງຈັນ ເພື່ອເກັບຕົວຢ່າງ, ປັດຈຸບັນກຳລັງວິເຄາະຄວາມເປັນໄປໄດ້ທີ່ຈະສ້າງກຸ່ມ ດາວດາວທຽມສື່ສານເພື່ອນຳທາງຢູ່ດວງຈັນ.



ໂຄງການສຳຫຼວດດວງຈັນໄລຍະ4 ໄດ້ວາງແຜນປະຕິບັດພາລະກິດ 4 ຄັ້ງເຊິ່ງ ລວມທັງການສົ່ງຍານສຳຫຼວດດວງຈັນ “ສາງເອີ4”ຂຶ້ນສູ່ດວງຈັນ,  ໃນຕໍ່ໜ້ານີ້ຍັງຈະປະຕິບັດພາລະກິດອີກ 3 ຄັ້ງ ຄື ສົ່ງຍານສຳຫຼວດດວງຈັນ “ສາງເອີ6”“ສາງເອີ 7” ແລະ “ສາງເອີ8”ຂຶ້ນສູ່ດວງຈັນ. ສຳລັບ “ສາງເອີ 7” ແລະ “ສາງເອີ8”, ທ່ານອູຢ້ຽນຮວາໃຫ້ຮູ້ວ່າ:“ເປົ້າໝາຍທຳອິດກໍຄືການສຳຫຼວດ, ມີແຜນຈະໃຊ້ເວລາປະມານ 10 ປີ ໃນການສຳຫຼວດເພື່ອສ້າງບາງສິ່ງມີຄວາມຈຳເປັນ. ໄລຍະທີສອງ ກໍແມ່ນໄລຍະກໍ່ສ້າງ, ຈະໃຊ້ເວລາ 10-15 ປີ, ຈີນຍິນດີຕ້ອນຮັບບັນດາປະເທດ ໃນໂລກແລະອົງການຈັດຕັ້ງສາກົນ ແລະຍິນດີຕ້ອນຮັບບັນດານັກທຸລະກິດ ແລະອົງການຈັດຕັ້ງທາງສັງຄົມຂອງບັນດາປະເທດເຂົ້າຮ່ວມໂຄງການນີ້ ເພື່ອ ສ້າງສະຖານີຄົ້ນຄວ້າວິທະຍາສາດເທິງດວງຈັນສາກົນຕາມແຜນການທີ່ເປັນເອກະພາບກັນໃຫ້ດີ, ສ້າງສະຖານີຄົ້ນຄວ້າວິທະຍາສາດທີ່ຂ້ອນຂ້າງສົມບູນແລະ ມີບົດບາດຄົບຊຸດ.”