ຍອດມູນຄ່າຈໍລະຈອນສິນຄ້າທົ່ວປະເທດຈີນໃນໄຕມາດທີໜຶ່ງມີເຖິງ84.000 ຕື້ຢວນ ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີຜ່ານມາ 6,2%

2022-04-26 16:18:15 cri


   ສະຫະພັນການຈໍລະຈອນສິນຄ້າແລະການຈັດຊື້ຂອງຈີນໄດ້ເຜີຍແຜ່ຕົວເລກ ຂໍ້ມູນການຈໍລະຈອນສິນຄ້າໃນໄຕມາດທີໜຶ່ງໂດຍໄດ້ລະບຸວ່າ:ນັບແຕ່ເດືອນມີນາ ມານີ້,ສະພາບແວດລ້ອມສາກົນຍິ່ງສັບສົນຂ້ຽວຂາດ,ສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດໄດ້ເກີດຂຶ້ນເລື້ືອຍໆ,ຈັງຫວະການ ເຕີບໂຕທີ່ໝັ້ນທ່ຽງຂອງການສະໜອງກັບຄວາມຕ້ອງການດ້ານການຈໍລະຈອນສິນຄ້າໄດ້ຫຼຸດລົງ.ເມື່ອສັງເກດເບິ່ງໃນດ້ານລວມແລ້ວເຫັນວ່າ, ຂະໜາດຂອງການ ຈໍລະຈອນສິນຄ້າໃນໄຕມາດທີໜຶ່ງໄດ້ສືບຕໍ່ຂະຫຍາຍກວ້າງອອກ,ເຊິ່ງເປັນການ ຮັບປະກັນໃຫ້ການພັດທະນາເສດຖະກິດຢ່າງແຂງແຮງ.


  ເຊິ່ງຍອດມູນຄ່າການຈໍລະຈອນສິນຄ້າທົ່ວປະເທດຈີນໃນໄຕມາດທີ ໜຶ່ງມີເຖິງ 84.000 ຕື້ຢວນ,ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີຜ່ານມາ 6,2%.


   ທ່ານໄຊ້ຈິ້ນ ຮອງປະທານສະຫະພັນການຈໍລະຈອນສິນຄ້າແລະການຈັດຊື້ ຂອງຈີນກ່າວວ່າ:ໂດຍລວມແລ້ວ,ສະພາບການຈໍລະຈອນສິນຄ້າໃນໄຕມາດທີໜຶ່ງແມ່ນອ່າວໝັ້ນທ່ຽງ,ໂດຍໄດ້ເພີ່ມຂຶ້ນຫຼາຍກວ່າ 6%,ເຊິ່ງລື່ນກາຍລະດັບເພີ່ມຂຶ້ນ ຂອງລວມຍອດຜະລິດຕະພັນພາຍໃນຫຼືGDPທັງໝົດຢ່າງຈະແຈ້ງ,ນີ້ສະແດງໃຫ້ ເຫັນວ່າ: ສະພາບການຈໍລະຈອນສິນຄ້າໄດ້ເປັນການສະໜັບສະໜູນຢ່າງແຂງ ແຮງໃຫ້ກັບສະພາບພື້ນຖານເສດຖະກິດແຫ່ງຊາດພັດທະນາຢ່າງໝັ້ນທ່ຽງ.