ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງຂອງໂລກສອດຄ່ອງກັບຄວາມປາຖະໜາຮ່ວມຂອງປະຊາຄົມໂລກທີ່ສະແຫວງຫາສັນຕິພາບ ການຮ່ວມມື ແລະ ຊຸກຍູ້ການພັດທະນາ

2022-04-26 11:28:39 CRI

 

ຕາມສື່ມວນຊົນແຈ້ງວ່າ, ໃນເວລາກ່າວປາຖະກະຖາໃນພິທີເປີດກອງປະຊຸມປະຈຳປີ 2022 ຂອງເວທີປຶກສາຫາລືອາຊີໂປອາວ, ທ່ານສີຈິ້ນຜິງໄດ້ສະເໜີ ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງຂອງໂລກ, ເຊິ່ງມີບຸກຄົນສຳຄັນຂອງຫຼາຍປະເທດໄດ້ສະແດງຄວາມເຫັນດີເຫັນພ້ອມນຳ. ວັນທີ 25 ເມສາປີ 2022, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ, ນີ້ສະແດງໃຫ້ເຫັນວ່າ ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງຂອງໂລກສອດຄ່ອງກັບ ຄວາມປາຖະໜາຮ່ວມຂອງປະຊາຄົມໂລກທີ່ສະແຫວງຫາສັນຕິພາບ ການຮ່ວມມື ແລະ ຊຸກຍູ້ການພັດທະນາ.

 

ທ່ານວ່າງເວີນປິ່ນກ່າວວ່າ, ຫວ່າງກ່ອນນີ້ບໍ່ດົນ, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ລົງພິມບົດຄວາມໂດຍຊີ້ອອກວ່າ: ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງຂອງໂລກໄດ້ຕອບຄຳຖາມຂອງຍຸກສະໄໝທີ່ວ່າ “ໂລກຕ້ອງການທັດສະນະຄວາມໝັ້ນຄົງແນວໃດ, ປະເທດຕ່າງໆຄວນເຮັດແນວໃດເພື່ອບັນລຸເປົ້າໝາຍຄວາມໝັ້ນຄົງຮ່ວມກັນ”, ນີ້ແມ່ນສະຕິປັນຍາ ແລະ ແຜນການຂອງຈີນໃນການແກ້ໄຂບັນຫາສັນຕິພາບຂອງມວນມະນຸດ, ແລະຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງສາກົນ. ຈີນແມ່ນຜູ້ສະເໜີ ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງຂອງໂລກ, ທັງເປັນຜູ້ຈັດຕັ້ງປະຕິບັດຂໍ້ລິເລີ່ມດັ່ງກ່າວຢ່າງແທ້ຈິງ.

 

ທ່ານວ່າງເວີນປິ່ນກ່າວຕື່ມວ່າ, ຈີນຍິນດີຮ່ວມກັບປະຊາຄົມໂລກ, ຊຸກຍູ້ການຜັນຂະຫຍາຍ ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງຂອງໂລກໃຫ້ແຕກດອກອອກຜົນຢ່າງແທ້ຈິງ.