ອຸດສາຫະກຳຊົນນະບົດຈີນມີທ່ວງທ່າພັດທະນາທີ່ດີສົມຄວນ

2022-04-26 15:47:46 cri


ຖ້າຢາກຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດ, ກໍຕ້ອງສ້າງຄວາມຈະເລີນໃຫ້ກັບຊົນນະບົດ, ສ່ວນການສ້າງຄວາມຈະເລີນດ້ານອຸດສາຫະກຳແມ່ນຈຸດສຳຄັນທີ່ສຸດໃນການສ້າງຄວາມຈະເລີນໃຫ້ກັບຊົນນະບົດ. ຕົວເລກສະຖິຕິຫຼ້າສຸດທີ່ປະກາດໂດຍກະຊວງກະສິກຳແລະວຽກງານຊົນນະບົດຈີນສະແດງໃຫ້ເຫັນວ່າ: ໃນໄຕມາດທີໜຶ່ງປີນີ້, ອຸດສາຫະກຳຊົນນະບົດຂອງຈີນມີທ່ວງທ່າພັດທະນາທີ່ດີສົມຄວນ.



ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳຂອງຈີນໄດ້ສືບຕໍ່ມີຄວາມໝັ້ນທ່ຽງແລະພັດທະນາໄປໃນທິດທາງທີ່ດີສົມຄວນ, ຍ້ອນມີການສະໜອງຜະລິດຕະພັນກະສິກຳທີ່ແຂງແຮງ, ມູນຄ່າເພີ່ມຂອງອຸດສາຫະກຳປຸງແຕ່ງອາຫານຈາກຜົນຜະລິດກະສິກຳທົ່ວປະເທດຈີນໄດ້ເພີ່ມຂຶ້ນ 6,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ອຸດສາຫະກຳໃໝ່ແລະຮູບແບບອຸດສາຫະກຳໃໝ່ຢູ່ຊົນນະບົດໄດ້ພັດທະນາຢ່າງໝັ້ນທ່ຽງ, ການທ່ອງທ່ຽວກະສິກຳ, ຂະແໜງການທ່ອງທ່ຽວຊົນນະບົດ ແລະການຄ້າເອເລັກໂຕຼນິກຊົນນະບົດໄດ້ພັດທະນາຢ່າງວ່ອງໄວ ເຊິ່ງໄດ້ກະຕຸ້ນຕະຫຼາດການບໍລິໂພກ ໂດຍສະເພາະໃນໄລຍະວັນພັກ ເປັນຕົ້ນຄື: ບຸນກຸດຈີນ ແລະໄລຍະຈັດງານກິລາໂອລິມປິກລະດູໜາວປັກກິ່ງປີນີ້, ການເດີນທາງໄປສະ ຫຼອງບຸນກຸດຈີນຢູ່ຊົນນະບົດ, ພັກຢູ່ໂຮມສະເຕ, ຊິມອາຫານແຊບຊ້ອຍ, ໄປຫຼິ້ນນ້ຳກ້ອນແລະຫິມະ ແລະ ໄປຊົມເບິ່ງດອກໄມ້ບານໃນລະດູໃບໄມ້ປົ່ງ ໄດ້ກາຍເປັນທາງເລືອກທຳອິດຂອງປະຊາຊົນຢູ່ຕົວເມືອງແລະຊົນນະບົດ, ຄາດວ່າ: ຈັງຫວະການເຕີບໂຕຂອງມູນຄ່າການຂາຍຍ່ອຍຜະລິດຕະພັນກະສິກຳຜ່ານທາງອິນເຕີເນັດຈະຂະຫຍາຍຕົວປະມານ 10%.



ການປະກອບອາຊີບແລະການສ້າງທຸລະກິດຢູ່ຊົນນະບົດມີທ່ວງທ່າທີ່ດີສົມຄວນ, ນັບມາຮອດທ້າຍເດືອນມີນາປີນີ້, ຊາວກະສິກອນທີ່ຢູ່ບ້ານແລະກັບມາປະກອບອາຊີບຢູ່ຊົນນະບົດມີຫຼາຍກວ່າ 80%, ແຮງງານຊົນນະບົດເຄື່ອນຍ້າຍໄປເຮັດວຽກຢູ່ໃນເມືອງຂອງຕົນໄດ້ເພີ່ມຂຶ້ນຫຼາຍກວ່າ 11 ລ້ານຄົນ, ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ແຕ່ວ່າເມື່ອເບິ່ງຈາກທົ່ວປະເທດຈີນແລ້ວ, ການພັດທະນາອຸດສາຫະກຳຊົນນະບົດຍັງຢູ່ໃນໄລຍະເປື້ອງຕົ້ນ, ບັນຫາຕົ້ນຕໍແມ່ນ: ມີຂະໜາດນ້ອຍ, ກະແຈກກະຈາຍຢ່າງກວ້າງຂວາງ, ມີຕ່ອງໂສ້ອຸດສາຫະກຳສັ້ນ, ຊະນິດ ຄຸນນະພາບ ແລະຍີ່ຫໍ້ຍັງຢູ່ໃນລະດັບຕ່ຳ, ອຸດສາຫະກຳຈຳນວນໜຶ່ງຢູ່ທ້ອງຖິ່ນມີລັກສະນະຄືກັນໂພດ. ດັ່ງນັ້ນ, ປີນີ້ ກະຊວງກະສິກຳແລະວຽກງານຊົນນະບົດຈີນຈະໄດ້ສຸມໃສ່ເສີມຂະຫຍາຍບົດບາດຂອງກະສິກຳໃຫ້ຫຼາຍຂຶ້ນ, ຍົກສູງຄຸນຄ່າຊົນນະບົດທີ່ມີຄວາມຫຼາກຫຼາຍສີສັນ, ປິ່ນອ້ອມສະບຽງອາຫານ, ນ້ຳມັນພືດ ແລະຜະລິດຕະພັນກະສິກຳສຳຄັນອື່ນໆ ພ້ອມດ້ວຍຜະລິດຕະພັນກະສິກຳທີ່ມີເອກະລັກພິເສດຂອງທ້ອງຖິ່ນ, ສຸມກຳລັງພັດທະນາອຸດສາຫະກຳຊົນນະບົດ ແລະສ້າງກຸ່ມອຸດສາຫະກຳທີ່ມີສີສັນພິເສດແລະມີທ່າແຮງ 40 ກຸ່ມ, ເຂດນິຄົມອຸດສາຫະກຳກະສິກຳທັນສະໄໝແຫ່ງຊາດ 50 ແຫ່ງ ແລະ ຕາແສງທີ່ມີອຸດສາຫະກຳກະສິກຳອັນເຂັ້ມແຂງ 200 ແຫ່ງ.