23 ພັກການເມືອງມຽນມາອອກຖະແຫຼງການຮ່ວມ ສະໜັບສະໜູນການເຈລະຈາສັນຕິພາບກັບກຸ່ມປະກອບອາວຸດທ້ອງຖິ່ນ

2022-04-26 18:22:35 cri


   ວັນທີ 26 ເມສາ 2022 ນີ້, 23 ພັກການເມືອງມຽນມາລວມທັງພັກ ສະຫະພັນຄວາມໝັ້ນຄົງແລະການພັດທະນາ ພັກສາມັກຄີແຫ່ງຊາດແລະພັກ ອື່ນໆໄດ້ອອກຖະແຫຼງການຮ່ວມໂດຍລະບຸວ່າ: 23 ພັກໄດ້ສະໜັບສະໜູນຄະນະກຳມະການຄຸ້ມຄອງຊາດມຽນມາສົ່ງຄຳເຊື້ອເຊີນຜູ້ນຳກຸ່ມປະກອບອາວຸດຊົນເຜົ່າຕ່າງໆຢູ່ທ້ອງຖິ່ນເຂົ້າຮ່ວມການເຈລະຈາສັນຕິພາບ.ຖະແຫຼງການໄດ້ລະບຸວ່າ: ການເຈລະຈາສັນຕິພາບແມ່ນວິທີສຳຄັນເພື່ອເຮັດໃຫ້ການປະທະກັນສິ້ນສຸດລົງ, ຄວາມປາຖະໜາຢາກມີສັນຕິພາບແມ່ນເງື່ອນໄຂເບື້ອງຕົ້ນທີ່ສຳຄັນເພື່ອເຮັດໃຫ້ສັນຕິພາບປະກົດຜົນເປັນຈິງ,ຄວາມພະຍາຍາມທຸກຢ່າງທີ່ຈິງໃຈເພື່ອບັນລຸສັນຕິພາບຄວນໄດ້ຮັບການຍ້ອງຍໍຊົມເຊີຍຢ່າງສຸດໃຈ.ພັກການເມືອງຕ່າງໆທີ່ອອກຖະແຫຼງການຮ່ວມຄັ້ງນີ້ໄດ້ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຈົ່ງຮ່ວມກັນພະຍາຍາມເພື່ອຄວາມໝັ້ນຄົງ ການພັດທະນາແລະສ້າງສັນຕິພາບໃຫ້ກັບຊາດແລະປະຊາຊົນ.