ອີຣານກ່າວວ່າ:ອາເມຣິກາບໍ່ມີສິດເປັນຕຳຫຼວດໂລກ ຜູ້ພິພາກສາຫຼືຄະນະຜູ້ພິພາກສາ

2022-04-26 17:19:53 cri



   ວັນທີ 25 ເມສາ 2022 ນີ້,ທ່ານຊາອິດ ຄາຕິບຊາເດ ໂຄສົກກະຊວງການ ຕ່າງປະເທດອີຣານໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບສະຖານະການລະຫວ່າງຣັດເຊຍ-ອູແກຣນ,ຄວາມຄືບໜ້າຂອງການເຈລະຈາກ່ຽວກັບສັນຍານີວເຄລີຍອີຣານທີ່ນະຄອນຫຼວງວຽນ,ສາຍພົວພັນສອງຝ່າຍລະຫວ່າງອີຣານແລະຊາອູດິດ ອາຣັບບີແລະອື່ນໆ.


 ໃນເວລາກ່າວເຖິງສະຖານະການລະຫວ່າງຣັດເຊຍ-ອູແກຣນ,ທ່ານຄາຕິບຊາເດ ກ່າວວ່າ:ອີຣານບໍ່ເຫັນວ່າສົງຄາມແມ່ນທາງເລືອກແລະແຜນການແກ້ໄຂຄວາມເຫັນທີ່ແຕກຕ່າງກັນ,ສອງຝ່າຍຄວນມີການສົນທະນາແລະການແລກປ່ຽນຄວາມຄິດເຫັນທາງການທູດເພື່ອເຮັດໃຫ້ສົງຄາມສິ້ນສຸດລົງໂດຍໄວ.


ທ່ານຄາຕິບຊາເດໄດ້ກ່າວປະນາມວ່າ:ກະຊວງປ້ອງກັນປະເທດອາເມຣິກາໄດ້ກໍ່ ສົງຄາມຢູ່ພາກພື້ນຕາເວັນອອກກາງໂດຍຜ່ານການປະດິດຄຳເວົ້າຂີ້ຕົວະ,ນາໂຕທີ່ມີອາເມຣິກາເປັນຫົວໂປ່ໄດ້ກໍ່ສົງຄາມຢູ່ອັຟການິດສະຖານແລະອີຣັກ,ພາໃຫ້ປະຊາຊົນລວມທັງເດັກນ້ອຍເສຍຊີວິດເປັນຈຳນວນຫຼວງຫຼາຍ,ແຕ່ອາເມຣິກາພັດບໍ່ຖືກ ລົງໂທດແຕ່ຢ່າງໃດເລີຍ.ແຕ່ໃນປັດຈຸບັນ,ອາເມຣິກາບໍ່ພຽງແຕ່ບໍ່ໄດ້ຖອດຖອນບົດຮຽນດ້ານລົບໃນເມື່ອກ່ອນເທົ່ານັ້ນ,ຊ້ຳພັດມີລັກສະນະຮຸກຮານເພີ່ມຂຶ້ນ,“ອາເມຣິ ກາບໍ່ມີສິດເປັນຕຳຫຼວດໂລກ ຜູ້ພິພາກສາຫຼືຄະນະຜູ້ພິພາກສາ.”


  ສຳລັບການເຈລະຈາກ່ຽວກັບສັນຍານີວເຄລຍອີຣານຢູ່ນະຄອນຫຼວງວຽນ,ທ່ານ ຄາຕິບຊາເດກ່າວວ່າ:ໃນການເຈລະຈາ,ບັນຫາທີ່ກ່ຽວຂ້ອງລະຫວ່າງອີຣານກັບຈີນ ຣັດເຊຍພ້ອມດ້ວຍປະເທດເອີຣົບລ້ວນແຕ່ໄດ້ຮັບການແກ້ໄຂແລ້ວ,ສ່ວນຄວາມເຫັນທີ່ແຕກຕ່າງກັນລະຫວ່າງອາເມຣິກາ-ອີຣານພວມມອບໃຫ້ຝ່າຍທີສາມເປັນຜູ້ປະສານງານແລະຊຸກຍູ້.ໃນຂະນະດຽວກັນ,ທ່ານໄດ້ຊີ້ອອກວ່າ: ບັນດາຝ່າຍຕ່າງໆທີ່ມີສ່ວນຮ່ວມເຈລະຈາຢູ່ນະຄອນຫຼວງວຽນລ້ວນແຕ່ພວມລໍຖ້າອາເມຣິກາຕັດສິນໃຈສຸດທ້າຍ,ແຕ່ອາເມຣິກາພັດຖ່ວງດຶງເວລາເລື້ອຍໆ.