ຈີນເດັດດ່ຽວບໍ່ຍອມຮັບການກະທຳແຊກແຊງວຽກງານພາຍໃນຂອງຈີນ ແລະໃສ່ຮ້າຍປ້າຍສີຈີນ

2022-04-26 12:10:13 cri



ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວຢືນຢັນໃນກອງ ປະຊຸມຖະແຫຼງຂ່າວໃນວັນທີ 25 ເມສານີ້ວ່າ: ຈີນເດັດດ່ຽວບໍ່ຍອມຮັບການກະທຳ ທີ່ໄຮ້ເຫດຜົນຂອງອາເມຣິກາແລະເອີຣົບໃນການແຊກແຊງວຽກງານພາຍໃນຂອງຈີນ ແລະໃສ່ຮ້າຍປ້າຍສີຈີນ, ຈີນໄດ້ກ່າວປະທ້ວງອາເມຣິກາຢ່າງເຄັ່ງຂຶມ ເພື່ອຢືນຢັນຫຼັກໝັ້ນທີ່ໜັກແໜ້ນຂອງຕົນແລ້ວ.

ຕາມຂ່າວລາຍງານວ່າ: ອາເມຣິກາແລະສະຫະພາບເອີຣົບໄດ້ຈັດການສົນ ທະນາວ່າດ້ວຍບັນຫາຈີນຄັ້ງທີ 3 ໃນເມື່ອມໍ່ໆມານີ້ ໂດຍໄດ້ສະແດງທ່າທີ ເປັນຫ່ວງນຳບັນຫາຕ່າງໆເຊັ່ນ: ບັນຫາກ່ຽວກັບໄຕ້ຫວັນ, ເຂດຊິ່ນຈ່ຽງ, ບັນຫາ ກ່ຽວກັບຈີນເຜີຍແຜ່ຂ່າວປອມແລະອື່ນໆ. ຕໍ່ກັບເລື່ອງນີ້, ທ່ານວ່າງເວີນປິ່ນ ກ່າວ ຢືນຢັນວ່າ:

 “ອາເມຣິກາປາກກໍ່ເວົ້າວ່າ: ຈະປົກປັກຮັກສາຖານະໃຈກາງຂອງກົດບັດ ສະຫະປະຊາຊາດ, ແຕ່ໃນຄວາມເປັນຈິງແລ້ວພັດເຮັດກົງກັນຂ້າມ. ໃນເມື່ອ ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດປະຕິເສດບໍ່ຍອມມອບສິດໃຫ້ອາເມຣິກາໃຊ້ກຳລັງອາວຸດເຂົ້າຮຸກຮານສາທາລະນະລັດສະຫະພັນຢູໂກສລາວີ ອີຣັກ, ຊີຣີແລະປະເທດອື່ນໆ, ອາເມຣິກາແລະກຸ່ມນາໂຕບໍ່ເຫັນອົງ ການສະຫະປະຊາຊາດຢູ່ໃນສາຍຕາ, ໂດຍໄດ້ໂຈມຕີປະເທດທີ່ມີອຳນາດອະທິ ປະໄຕຢ່າງຮຸນແຮງແລະເຂົ້າແຊກແຊງຕາມລຳພັງໃຈ.ອາເມຣິກາປາກກໍ່ເວົ້າວ່າ: ເຄົາລົບສິດທິມະນຸດ,ແຕ່ຕົວຈິງອາເມຣິກາພ້ອມພັນທະມິດພັດກໍ່ສົງຄາມຢູ່ອັຟການີສະຖານ,ອີຣັກແລະປະເທດອື່ນໆເຊິ່ງເຮັດໃຫ້ປະຊາຊົນ 3 ແສນກວ່າຄົນເສຍ ຊີວິດ, 26 ລ້ານກວ່າຄົນຕົກເປັນຊາວອົບພະຍົບ, ແຕ່ບໍ່ມີຈັກຄົນຖືກທາວຫາ ວ່າມີຄວາມຮັບຜິດຍ້ອນກໍ່ສົງຄາມແລະມີໂທດກຳທີ່ຕ້ານມະນຸດສະທຳ. ຍິ່ງໄປກວ່ານັ້ນອາເມຣິກາ ຍັງປະ ກາດລົງໂທດສານອາຍາສາກົນທີ່ໄດ້ສືບສວນສອບສວນໂທດກຳຂອງທະຫານ ອາເມຣິກາໃນສົງຄາມ. ອາເມຣິກາປາກກໍ່ເວົ້າວ່າຄັດຄ້ານການຂົ່ມຂູ່ບັງຄັບ ທາງດ້ານເສດຖະກິດ, ແຕ່ອາເມຣິກາເອງພັດເປັນຜູ້ປະດິດສ້າງແລະຜູ້ສຸດຍອດ ໃນການຂົ່ມຂູ່ບັງຄັບທາງດ້ານການທູດ ໂດຍບໍ່ຈຳແນກເປົ້າໝາຍນ້ອຍຫຼືໃຫຍ່, ຢູ່ໄກຫຼືຢູ່ໃກ້ ຈົນເຖິງຂັ້ນ ບໍ່ຈຳແນກມິດແລະສັດຕູ. ອາເມຣິກາໄດ້ ປິດລ້ອມແລະລົງໂທດກູບາ ເປັນເວລາເຖິງເຄິ່ງສະຕະວັດ, ເລື່ອງກ່ຽວກັບອາ ເມຣິກາຫັກຫຼັງພັນທະມິດຂອງຕົນໂດຍ ບໍ່ຍອມອ່ອນມືໃຫ້ແມ່ນແຕ່ໜ້ອຍດຽວເຊັ່ນ: ສະຫະພາບເອີຣົບ, ຍີ່ປຸ່ນແລະອື່ນໆນັ້ນໄດ້ ເກີດຂຶ້ນເລື້ອຍໆ. ເລື່ອງຈິງໄດ້ ພິສູດໃຫ້ເຫັນວ່າ: ອາເມຣິກາເປັນຜູ້ເຜີຍແຜ່ຂ່າວປອມ, ເປັນຜູ້ໃຊ້ຄວາມ ຮຸນແຮງດ້ວຍວິທີຂົ່ມຂູ່ບັງຄັບທາງການທູດ ແລະ ເປັນຜູ້ທຳລາຍສັນຕິພາບ ແລະສະຖຽນລະພາບຂອງໂລກຢ່າງຮ້າຍກາດທີ່ສຸດ.”