ການກະທຳທີ່ລະເມີດສິນທຳຂອງອາເມຣິກາແມ່ນຮາກເຫງົ້າທີ່ພາໃຫ້ເກີດວິກິດການດ້ານຄວາມໝັ້ນຄົງຢູ່ເອີຣົບໃນປັດຈຸບັນ

2022-04-26 15:10:25 cri


     ຕໍ່ກັບຄຳເວົ້າຂອງໂຄສົກກະຊວງການຕ່າງປະເທດອາເມຣິກາກ່ຽວກັບສາຍ ພົວພັນຈີນ-ຣັດເຊຍ,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ ກ່າວໃນວັນທີ 25 ເມສາ 2022 ນີ້ວ່າ,ຝ່າຍຈີນປະຕິເສດຂໍ້ກ່າວຫາທີ່ໄຮ້ ເຫດຜົນຂອງຝ່າຍອາເມຣິກາທີ່ບໍ່ເອົາຫົວຊານຳຄວາມເປັນຈິງ.ທ່ານໄດ້ຊີ້ໃຫ້ເຫັນ ວ່າ,ການກະທຳທີ່ລະເມີດສິນທຳຂອງອາເມຣິກາຈຶ່ງແມ່ນຮາກເຫງົ້າທີ່ພາໃຫ້ເກີດ ວິກິດການດ້ານຄວາມໝັ້ນຄົງຢູ່ເອີຣົບໃນປັດຈຸບັນ.

   ເມື່ອບໍ່ດົນມານີ້,ໂຄສົກກະຊວງການຕ່າງປະເທດອາເມຣິກາກ່າວວ່າ:ປະເທດ ຈີນໄດ້ເນັ້ນໜັກຄືນບາງຄຳເວົ້າຂອງຣັດເຊຍຊ້ຳແລ້ວຊ້ຳອີກ,ລວມທັງຫຼັກການ ຄວາມໝັ້ນຄົງທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້.

   ຕໍ່ກັບເລື່ອງນີ້,ທ່ານວ່າງເວີນປິ່ນກ່າວວ່າ: ຝ່າຍອາເມຣິກາຄວນຮຽນຕື່ມອີກ, ຄຳວ່າຄວາມໝັ້ນຄົງທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ນັ້ນບໍ່ແມ່ນຄຳເວົ້າ ຂອງຣັດເຊຍແຕ່ຝ່າຍດຽວ,ແຕ່ແມ່ນຫຼັກການສຳຄັນຂໍ້ໜຶ່ງທີ່ປະເທດສະມາຊິກນາໂຕ ລວມທັງອາເມຣິກາ ປະເທດເອີຣົບອັນກວ້າງໃຫຍ່ໄພສານພ້ອມດ້ວຍ ປະຊາຄົມໂລກເຫັນດີນຳກັນແລະຍອມຮັບຢ່າກວ້າງຂວາງແລ້ວ.

   ທ່ານວ່າງເວີນປິ່ນກ່າວວ່າ: ການຫຼົງລືມປະຫວັດສາດກໍ່ແມ່ນການທໍລະຍົດ ທີ່ສຸດ,ການປະຕິເສດຄວາມເຫັນທີ່ເປັນເອກະພາບກັນຈະສ້າງຜົນຮ້າຍຢ້ອນຫຼັງທີ່ໜັກໜ່ວງ.ການກະທຳທີ່ລະເມີດສິນທຳແບບນີ້ຂອງອາເມຣິກາເປັນແບບຢ່າງຂອງລັດທິຝ່າຍດຽວແລະລັດທິແກ້ປະຫວັດສາດ,ທັງແມ່ນຮາກເຫງົ້າທີ່ພາໃຫ້ເກີດວິກິດການດ້ານຄວາມໝັ້ນຄົງຢູ່ເອີຣົບໃນປັດຈຸບັນ.