ອາເມຣິກາໄດ້ທັບມ້າງປະເທດໜຶ່ງ ແລະ ທຳລາຍອະນາຄົດຂອງຄົນຮຸ່ນໜຶ່ງ

2022-04-27 11:32:18 CRI

ວັນທີ 26 ເມສາ 2022, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ອາເມຣິກາຄວນຍົກເລີກການອາຍັດຊັບສິນຂອງທະນາຄານກາງຂອງອັຟການິດສະຖານຢ່າງຜິດກົດໝາຍໃນທັນທີ, ສະແດງການຂໍອະໄພ ແລະ ຊົດເຊີຍຄວາມເສຍຫາຍທີ່ປະຊາຊົນອັຟການິດສະຖານໄດ້ຮັບຕະຫຼອດໄລຍະ 20 ປີຜ່ານມາ, ພ້ອມທັງລົງໂທດຜູ້ກະທຳຜິດທີ່ສັງຫານປະຊາຊົນອັຟການິດສະຖານຢ່າງໂຫດຮ້າຍປ່າເຖື່ອນ.


ຕາມຂ່າວແຈ້ງວ່າ, ວັນທີ 25 ເມສາ 2022, ຜູ້ຊ່ຽວຊານອິດສະຫຼະດ້ານສິດທິມະນຸດ 14 ທ່ານຂອງອົງການສະຫະປະຊາຊາດໄດ້ອອກຖະແຫຼງການຮ່ວມ, ໂດຍໄດ້ຕຳໜິການກະທຳຂອງລັດຖະບານອາເມຣິກາທີ່ອາຍັດຊັບສິນທະນາຄານກາງຂອງອັຟການິດສະຖານທີ່ມີມູນຄ່າຫຼາຍຕື້ໂດລາ,  ແລະກ່າວວ່ານີ້ຈະເຮັດໃຫ້ສະພາບການດຳລົງຊີວິດຂອງແມ່ຍິງອັຟການິດສະຖານພົບກັບຄວາມຫຍຸ້ງຍາກລຳບາກອີກຕໍ່ໄປ.


ໃນເວລາຕອບຄຳຖາມກ່ຽວກັບເລື່ອງນີ້, ທ່ານວ່າງເວີນປິ່ນກ່າວວ່າ: ອາເມຣິກາໄດ້ຮຸກຮານອັຟການິດສະຖານເປັນເວລາ 20 ປີຜ່ານມາ, ໄດ້ສັງຫານຄົນອັຟການິດສະຖານເຖິງ 174000 ຄົນ ເຊິ່ງລວມທັງພົນລະເມືອງ 3 ໝື່ນກວ່າຄົນ, ເຮັດໃຫ້ຄົນອັຟການິດສະຖານເກືອບ 1 ສ່ວນ 3 ໄດ້ຕົກເປັນຊາວອົບພະຍົບ, ຫຼາຍກວ່າເຄິ່ງໜຶ່ງໄດ້ປະເຊີນກັບຄວາມອຶດຫິວຢ່າງຮ້າຍແຮງທີ່ສຸດ, ເຊິ່ງພາໃຫ້ເກີດໄພພິບັດດ້ານມະນຸດສະທຳທີ່ບໍ່ຄ່ອຍເຫັນມາກ່ອນ.


ທ່ານກ່າວຕື່ມວ່າ, ອາເມຣິກາໄດ້ທັບມ້າງປະເທດໜຶ່ງ ແລະ  ທຳລາຍອະນາຄົດຂອງຄົນຮຸ່ນໜຶ່ງ, ໃນທີ່ສຸດບໍ່ພຽງແຕ່ໄດ້ຖອນໜີອອກໄປເທົ່ານັ້ນ, ຍັງໄດ້ປຸ້ນເອົາເງິນລ້ຽງຊີບທີ່ມີຢູ່ໜ້ອຍດຽວຂອງປະຊາຊົນອັຟການິດສະຖານໄປນຳ, ນີ້ໄດ້ເປີດເຜີຍຄວາມປ່າເຖື່ອນທາລຸນ ທີ່ເອີ້ນວ່າ “ລະບຽບການສາກົນ ບົນພື້ນຖານຫຼັກການ” ຂອງອາເມຣິການັ້ນຢ່າງເຕັມທີ.