ເປັນຫຍັງບັນຫາອາວຸດປືນຢູ່ອາເມຣິກາຈິ່ງນັບມື້ນັບຮຸນແຮງຂຶ້ນ?

2022-04-27 16:32:57 CRI



ວັນທີ 26 ເມສານີ້ຕາມເວລາທ້ອງຖິ່ນ, ເຈົ້າໜ້າທີ່ຕຳຫຼວດນະຄອນຫຼວງວໍຊິງຕັນປະເທດອາເມຣິກາໄດ້ກ່າວວ່າ: ພາຍໃນ 3 ຊົ່ວໂມງແຕ່ຕອນຄ່ຳວັນທີ 25 ຫາ ຕອນເຊົ້າມືດຂອງວັນທີ 26 ເມສານີ້, ໄດ້ເກີດເຫດຍິງກັນ 4 ຄັ້ງຢູ່ເຂດພິເສດວໍຊິງຕັນ, ສົ່ງຜົນເຮັດໃຫ້ 1 ຄົນເສຍຊີວິດ ແລະ 3 ຄົນໄດ້ຮັບບາດເຈັບ.

ຕາມຂ່າວແຈ້ງວ່າ: ພາຍໃນ 5 ມື້ຜ່ານມາ, ຢູ່ປະເທດອາເມຣິກາໄດ້ເກີດເຫດການຍິງກັນຢ່າງໜ້ອຍ 5 ຄັ້ງ, ບັນຫາອາວຸດປືນໄດ້ກາຍເປັນເລື່ອງທີ່ສັງຄົມອາເມຣິກາໃຫ້ຄວາມສົນໃຈອີກຄັ້ງໃໝ່. ຕົວເລກຂໍ້ມູນຈາກເວັບໄຊ “ສຳເນົາການໃຊ້ຄວາມຮຸນແຮງດ້ວຍອາວຸດປືນ” ຢູ່ອາເມຣິກາໄດ້ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີມາຮອດວັນທີ 22 ເມສານີ້, ເຫດການຄວາມຮຸນແຮງດ້ວຍອາວຸດປືນຢູ່ອາເມຣິກາໄດ້ສົ່ງຜົນເຮັດໃຫ້ 13.115 ຄົນເສຍຊີວິດ, ຊາວໜຸ່ມອາເມຣິກາ 75% ເຫັນວ່າ: ເຫດການໃຊ້ປືນຍິງກັນເປັນແຫຼ່ງກົດດັນທີ່ເຂົາເຈົ້າຕ້ອງໄດ້ປະເຊີນ.

ອາດເວົ້າໄດ້ວ່າ: ເຫດການຍິງກັນໄດ້ເຮັດໃຫ້ຄົນໃນສັງຄົມອາເມຣິກາເກີດຄວາມຢ້ານກົວ. ເຫດການຍິງກັນໄດ້ກາຍເປັນວິກິດການສາທາລະນະຕົ້ນຕໍໃນສັງຄົມອາເມຣິກາ ແລະ ນັບມື້ນັບຮຸນແຮງຂຶ້ນ. ສະນັ້ນ, ພວກເຮົາຢາກຖາມວ່າ: ເປັນຫຍັງ, ເຫດການໃຊ້ປືນຍິງກັນໃນສັງຄົມອາເມຣິກາຈິ່ງຮຸນແຮງປານນີ້?


ຄຳຕອບອາດຈະສັບສົນຢູ່, ແຕ່ໃນເມື່ອສະພາບແວດລ້ອມທາງສັງຄົມເກີດມີການປ່ຽນແປງຢ່າງຮ້າຍແຮງ ອາດຈະແມ່ນສາເຫດທີ່ພາໃຫ້ເກີດມີບັນຫາໃຊ້ປືນຍິງກັນເກີດຂຶ້ນຢ່າງຫຼວງຫຼາຍ. ໃນໄລຍະໜຶ່ງທີ່ຜ່ານມາ, ອາເມຣິກາປະລາໄຊໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ບັນຫາຈຳແນກເຊື້ອຊາດຜິວພັນກໍນັບມື້ຂ້ຽວຂາດ, ການເປັນປໍລະປັກກັນລະຫວ່າງສອງພັກການເມືອງ, ອັດຕາເງິນເຟີ້ຖີບຕົວສູງຂຶ້ນ, ທົ່ວສັງຄົມອາເມຣິກາເຕັມໄປດ້ວຍບັນຍາກາດທີ່ບໍ່ດີຫຼາຍຢ່າງ. ພາຍໃຕ້ສະພາບການດັ່ງກ່າວ, ການກະທຳຜິດກົດໝາຍຈິ່ງນັບມື້ນັບຫຼາຍຂຶ້ນ, ສົ່ງຜົນເຮັດໃຫ້ຄົນໃນສັງຄົມບໍ່ມີຄວາມອຸ່ນອ່ຽນ. ຜູ້ຕ້ອງຫາໃນເຫດການໃຊ້ປືນຍິງຄົນຢູ່ຕາມລົດໄຟໃຕ້ດິນໃນນະຄອນນິວຢອກອາເມຣິກາໄດ້ລົງຄວາມຄິດເຫັນໃນສື່ສັງຄົມອອນລາຍ ໂດຍໄດ້ສະແດງຄວາມບໍ່ພໍໃຈ “ຄົນຊັດເຊພະເນຈອນ ແລະ ນະຄອນນິວຢອກ” ແລະບັນຫາອື່ນໆ ທີ່ “ໜ້າເປັນຫ່ວງ”.

ແຕ່ວ່າ: ເຖິງວ່າບັນຫາໃຊ້ປືນຍິງກັນໄດ້ຮັບຄວາມສົນໃຈຈາກຄົນທັງຫຼາຍກໍຕາມ, ແຕ່ຈົນມາເຖິງປັດຈຸບັນ, ລັດຖະບານສະຫະລັດອາເມຣິກາຍັງບໍ່ທັນໄດ້ມີກົດໝາຍຄວບຄຸມອາວຸດປືນທີ່ບັງເກີດຜົນເທື່ອ. ກ່ອນເກີດເຫດການຍິງກັນຢູ່ໃນສະຖານີລົດໄຟໃຕ້ດິນໃນນະຄອນນິວຢອກໜຶ່ງມື້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາຍັງໄດ້ຮຽກຮ້ອງໃຫ້ລັດຖະສະພາອາເມຣິກາສ້າງກົດໝາຍ ເພື່ອເພີ່ມທະວີການສຳຫຼວດເບື້ອງຫຼັງຂອງຄົນຊື້ປືນ, ຫ້າມຂາຍອາວຸດເສິກ ແລະ ອື່ນໆ, ແຕ່ສະມາຊິກພັກຣີພັບບລິກັນເຫັນວ່າ: ການຖືຄອງປືນເປັນສິດທິ ຕາມລັດຖະທຳມະນູນອາເມຣິກາໄດ້ກຳນົດໄວ້, ສະນັ້ນ, ຈິ່ງຄັດຄ້ານການຄວບຄຸມອາວຸດປືນ. ສະນັ້ນ, ເລື່ອງນີ້ກໍເປັນເລື່ອງທີ່ເປັນໄປບໍ່ໄດ້. ສ່ວນອຳນາດການປົກຄອງລັດຕ່າງໆຂອງອາເມຣິກາກໍມີທ່າທີຕ່າງກັນກ່ຽວກັບບັນຫາການຄວບຄຸມອາວຸດປືນເຊັ່ນກັນ, ທັງໝົດເຫຼົ່ານີ້ລ້ວນແຕ່ເຮັດໃຫ້ການຄວບຄຸມອາວຸດປືນຢູ່ສັງຄົມອາເມຣິກາຈິ່ງເປັນໄປໄດ້ຍາກ.

ກ່ອນໜ້ານີ້, ກໍເຄີຍມີສື່ມວນຊົນລາຍງານວ່າ: ເຄືອຂ່າຍຕ່ອງໂສ້ອຸດສາຫະກຳປືນ ແລະ ຜູ້ມີຜົນປະໂຫຍດອັນມະຫາສານ ທີ່ກ່ຽວຂ້ອງໄດ້ໃຫ້ການສະໜັບສະໜູນນັກການເມືອງອາເມຣິກາເຂົ້າຮ່ວມການສະໝັກຮັບເລືອກຕັ້ງ ແລະ ປ່າວປະກາດເຖິງຜົນຮ້າຍຂອງການຄວບຄຸມອາວຸດປືນ, ສະນັ້ນ, ຈິ່ງເຮັດໃຫ້ລັດຖະບານອາເມຣິກາຫຼາຍຍຸກຫຼາຍສະໄໝ ບໍ່ສາມາດອອກກົດໝາຍຄວບຄຸມປືນໄດ້.

ບັນຫາອາວຸດປືນທີ່ນັບມື້ນັບຮຸນແຮງຂຶ້ນ, ຄົນເສຍຊີວິດແລະໄດ້ຮັບບາດເຈັບຍ້ອນເຫດການຍິງກັນກໍ່ນັບມື້ນັບຫຼາຍຂຶ້ນ, ທາດແທ້ຂອງມັນກໍແມ່ນເກີດຈາກຄວາມບົກຜ່ອງຂອງລະບອບການເມືອງໃນອາເມຣິກາ. ແນ່ນອນແລ້ວວ່າ, ໃນສະພາບແວດລ້ອມທີ່ເຕັມໄປດ້ວຍ “ການເມືອງແບບເງິນຕາ” ແລະ ສອງພັກການເມືອງເປັນປໍລະປັກກັນມາໂດຍຕະຫຼອດ, ແມ່ນແຕ່ຈະໃສ່ຜ້າປິດປາກຫຼືບໍ່ ກໍຍັງກາຍເປັນບັນຫາທີ່ຖຽງກັນຢູ່. ສະນັ້ນຈິ່ງເຫັນວ່າ, ຈະມີນັກການເມືອງອາເມຣິກາຈັກຄົນ ຈະສົນໃຈນຳສິດວ່າດ້ວຍຊີວິດການເປັນຢູ່ຂອງພົນລະເມືອງອາເມຣິກາຢ່າງແທ້ຈິງ? ປັດຈຸບັນ, ບັນຫາທີ່ນັກການເມືອງເຫຼົ່ານີ້ຄວນແກ້ໄຂໂດຍດ່ວນທີ່ສຸດ, ນັ້ນກໍຄືໃຫ້ຄວາມສຳຄັນແລະແກ້ໄຂຂໍ້ບົກຜ່ອງຂອງລະບົບການເມືອງອາເມຣິກາ ພ້ອມດ້ວຍບັນຫາສິດທິມະນຸດໃນສັງຄົມອາເມຣິກາຢ່າງຖືກຕ້ອງ ເພື່ອເຮັດໃຫ້ປະຊາຊົນອາເມຣິກາມີ “ເສລີພາບທີ່ບໍ່ຕ້ອງຢ້ານກົວຄວາມຮຸນແຮງທີ່ເກີດຈາກອາວຸດປືນ” ໄດ້ຢ່າງແທຈິງ, ນີ້ຈິ່ງແມ່ນເລື່ອງທີ່ຖືກຕ້ອງ!