ສານອາເຕມີຊີນິນແມ່ນພຶດຕິກຳຕົວຈິງທີ່ປະເທດຈີນໄດ້ຮ່ວມທຸກຮ່ວມສຸກກັບປະເທດພວມພັດທະນາອັນໄພສານ

2022-04-27 11:55:18 cri



   ວັນທີ 26 ເມສາ 2022 ນີ້,ທ່ານວ່າງເວີນປິ່ນ ໂຄສົກກະຊວງການ ຕ່າງປະເທດຈີນໄດ້ຊີ້ໃຫ້ເຫັນໃນເວລາຕອບຄຳຖາມໃນກອງປະຊຸມຖະແຫຼງຂ່າວ ວ່າ:ສານອາເຕມີຊີນິນແມ່ນພຶດຕິກຳຕົວຈິງທີ່ປະເທດຈີນໄດ້ຮ່ວມທຸກຮ່ວມສຸກ ກັບປະເທດພວມພັດທະນາອັນໄພສານແລະໄດ້ສ້າງຄວາມສຸກໃຫ້ກັບໂລກດ້ວຍ ການພັດທະນາຂອງຕົນ.


   ວັນທີ 25 ເມສານີ້,ພິທີສະເຫຼີມສະຫຼອງການຄົ້ນພົບສານອາເຕມີຊີນິນຄົບ ຮອບ 50 ປີແລະເວທີປຶກສາຫາລືສາກົນເພື່ອຮ່ວມກັນສ້າງປະຊາຄົມສາທາ ລະນະສຸກຂອງມວນມະນຸດໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ.ທ່ານ ປະທານສີຈິ້ນຜິງໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງເຫດການສຳຄັນດັ່ງກ່າວ.ໃນເວລາແນະນຳສະພາບທີ່ກ່ຽວຂ້ອງ,ທ່ານວ່າງເວີນປິ່ນໄດ້ກ່າວວ່າ:


   ນັບມາຮອດທ້າຍປີ 2021,ຝ່າຍຈີນໄດ້ສະໜອງສານອາເຕມີຊີນິນໃຫ້ແກ່ ໂລກຫຼາຍຕື້ເທື່ອຄົນ,ໄດ້ອົບຮົມພະນັກງານດ້ານເຕັກນິກວິຊາການຕ້ານພະຍາດ ມາເລເຣຍໃຫ້ແກ່ປະເທດພວມພັດທະນານາຫຼາຍໝື່ນຄົນ,ໄດ້ຊ່ວຍເຫຼືອສ້າງສູນ ປ້ອງກັນພະຍາດມາເລເຣຍໃຫ້ແກ່ 30 ປະເທດ,ໄດ້ສົ່ງທີມງານການແພດ 28.000 ຄົນໄປຊ່ວຍເຫຼືອ 72 ປະເທດພວມພັດທະນາ,ໄດ້ນຳໃຊ້ ສານອາເຕມີຊີນິນແລະວິທີປິ່ນປົວແລະປ້ອງກັນພະຍາດມາເລເຣຍຢ່າງກວ້າງ ຂວາງ,ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການປ້ອງກັນພະຍາດມາເລເຣຍໃຫ້ກັບໂລກແລະການຮັກສາສຸຂະພາບຂອງມວນມະນຸດ.ອີງຕາມສະຖິຕິຂອງອົງການອະນາໄມໂລກ,ສະເພາະແຕ່ເຂດອັຟຣິກາທີ່ຢູ່ດ້ານໃຕ້ທະເລຊາຍຊາຮາຣາກໍ່ມີປະຊາກອນປະມານ 240 ລ້ານຄົນໄດ້ຮັບຜົນປະໂຫຍດຈາກວິທີປິ່ນປົວແບບປະສົມ ດ້ວຍສານອາເຕມີຊີນິນ.