“ຜະລິດຕະພັນຈີນ” ໄດ້ສ້າງຄວາມຜາສຸກໃຫ້ແກ່ໂລກ

2022-04-28 17:04:08 cri

ສັບປະດາໂຄສະນາເຜີຍແຜ່ຊັບສິນທາງປັນຍາທົ່ວປະເທດຈີນ ແລະວັນຊັບສິນທາງປັນຍາໂລກ

ເຂົ້ານາພັນປະສົມໄດ້ແກ້ໄຂບັນຫາດ້ານສະບຽງອາຫານຂອງປະຊາກອນຈຳນວນຫຼາຍຕື້ຄົນ

ປີ 2003, ທ່ານ ຢວນຫຼົງຜິງ ບິດາແຫ່ງເຂົ້ານາພັນປະສົມຂອງຈີນໄດ້ໄປຢ້ຽມຢາມຟີລິບປິນ, ຮ່ວມກັບທ່ານ ຊັນຕິອາໂກ ໂອບຽນ ຫົວໜ້າສະຖາບັນຄົ້ນຄວ້າເຂົ້ານາຂອງຟີລິບປິນທີ່ດຳລົງຕຳແໜ່ງໃນຄາວນັ້ນ(ຊ້າຍ ຜູ້ທີສອງ) ພ້ອມທັງນັກວິຊາການທີ່ກ່ຽວຂ້ອງຂອງຈີນ ແລະຟີລິບປິນຮ່ວມກັນສະເຫຼີມສະຫຼອງການປູກເຂົ້ານາພັນປະສົມແຖບຮ້ອນຄຸນນະພາບສູງຢູ່ຟີລິບປິນໄດ້ປະສົບຜົນສຳເລັດ.

ປັດຈຸບັນ, ເນື້ອທີ່ການປູກເຂົ້ານາພັນປະສົມຢູ່ຟີລິບປິນໄດ້ມີຫຼາຍກວ່າ 1 ລ້ານເຮັກຕາ, ຜົນຜະລິດສູງທີ່ສຸດມີເຖິງ 15 ໂຕນຕໍ່ເຮັກຕາ, ເປັນ 3 ເທົ່າຂອງຜົນຜະລິດການປູກເຂົ້ານາດັ້ງເດີມຢູ່ທ້ອງຖິ່ນ. ຮູບນີ້ແມ່ນຮູບຮວງເຂົ້ານາພັນປະສົມຢູ່ແຂວງນູອິວາ ເອຊີຈາຂອງຟີລິບປິນທີ່ຖ່າຍໃນເດືອນມີນາປີນີ້.

ຈີນແມ່ນປະເທດທຳອິດໃນໂລກທີ່ໄດ້ຄົ້ນຄວ້າ, ຜະລິດ ແລະເຜີຍແຜ່ເຂົ້ານາພັນປະສົມໄດ້ຢ່າງສຳເລັດຜົນ. ເຂົ້ານາພັນປະສົມແມ່ນລິຂະສິດດ້ານເຕັກນິກກະສິກຳລາຍທຳອິດທີ່ຈີນສົ່ງອອກໄປສູ່ຕ່າງປະເທດ, ຖືກເອີ້ນເປັນ“ການປະຕິວັດສີຂຽວຄັ້ງທີສອງ”, ໄດ້ຮັບການຮັບຮອງຈາກອົງການອາຫານແລະກະສິກຳຂອງສະຫະປະຊາຊາດຫຼື FAO ໃຫ້ເປັນເຕັກນິກທີ່ໜ້າເລືອກໜ້າໃຊ້ທີ່ສຸດໃນການແກ້ໄຂບັນຫາດ້ານການຂາດເຂີນສະບຽງອາຫານຂອງປະເທດພວມພັດທະນາ.

ປັດຈຸບັນ, ເຕັກນິກເຂົ້ານາພັນປະສົມຂອງຈີນໄດ້ຮັບການເຜີຍແຜ່ນຳໃຊ້ເຖິງ 60 ກວ່າປະເທດ ແລະເຂດແຄວ້ນ. ເນື້ອທີ່ການປູກຢູ່ຕ່າງປະເທດມີຫຼາຍກວ່າ 7 ລ້ານເຮັກຕາ, ໄດ້ແກ້ໄຂບັນຫາດ້ານສະບຽງອາຫານຂອງປະຊາກອນຈຳນວນຫຼາຍຕື້ຄົນໃນໂລກ. ເປັນການປະກອບສ່ວນທີ່ສຳຄັນ ແລະຍິ່ງໃຫຍ່ຕໍ່ຄວາມປອດໄພດ້ານສະບຽງອາຫານ ແລະການເຜີຍແຜ່ນຳໃຊ້ເຕັກນິກເຂົ້ານາພັນດີຂອງໂລກ.

 

ລະບົບນຳທາງເປີຍໂຕວຜ່ານດາວທຽມຂອງຈີນສົ່ງແສງສະຫວ່າງໃຫ້ໂລກ

 

ເດືອນຕຸລາປີ 2021, ງານວາງສະແດງໝາກຜົນປະດິດສ້າງໃໝ່ດ້ານເຕັກນິກວິທະຍາສາດ “ແຜນການ 5 ປີຄັ້ງທີ 13” ຂອງຈີນ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ຜູ້ທ່ຽວຊົມພວມເລາະເບິ່ງຮູບຈຳລອງລະບົບນຳທາງເປີຍໂຕວຜ່ານດາວທຽມ.

ລະບົບນຳທາງເປີຍໂຕວຜ່ານດາວທຽມທີ່ສາມາດຕິດຕັ້ງຢູ່ເທິງກຳປັ່ນໄດ້ເຂົ້າສູ່ຕະຫຼາດການປະມົງຂອງມຽນມາຢ່າງສຳເລັດຜົນ, ເພື່ອໃຫ້ບໍລິການປະເພດຕ່າງໆແກ່ພາກສ່ວນຕິດຕາມຄຸ້ມຄອງການປະມົງແລະຊາວປະມົງທ້ອງຖິ່ນຂອງມຽນມາ ເຊັ່ນ ການຕິດຕາມຄຸ້ມຄອງກຳນົດທີ່ຕັ້ງຂອງກຳປັ່ນ, ການຫາປາແບບຜິດກົດໝາຍ, ການລາຍງານປະລິມານການຫາປາ ແລະແຈ້ງສະພາບດິນຟ້າອາກາດເປັນຕົ້ນ.

 ປີ 2014, ໂຄງການໄລຍະທີໜຶ່ງຂອງເຄືອຂ່າຍບໍລິການກຳນົດທີ່ຕັ້ງແຫ່ງຊາດປາກິສະຖານເຊິ່ງເປັນໂຄງການສ້າງເຄືອຂ່າຍລະບົບນຳທາງເປີຍໂຕວຜ່ານດາວທຽມໂຄງການທຳອິດທີ່ຈີນສ້າງຢູ່ຕ່າງປະເທດໄດ້ສ້າງສຳເລັດຢູ່ນະຄອນຄາຣາຊີ. ໄດ້ຊ່ວຍປະຕິບັດໜ້າທີ່ວຽກງານດ້ານຕ່າງໆຂອງປາກິສະຖານສຳເລັດ ເຊັ່ນ ການຄຸ້ມຄອງທີ່ດິນ, ຄົມມະນາຄົມ ແລະການຈັດວາງວຽກຢູ່ທ່າກຳປັ່ນເປັນຕົ້ນ. ປາກິສະຖານໄດ້ກາຍເປັນປະເທດທຳອິດ ທີ່ໄດ້ນຳເຂົ້າລະບົບນຳທາງເປີຍໂຕວຜ່ານດາວທຽມ.

ລະບົບນຳທາງເປີຍໂຕວຜ່ານດາວທຽມແມ່ນລະບົບນຳທາງຜ່ານດາວທຽມທົ່ວໂລກທີ່ຈີນສ້າງຂຶ້ນຢ່າງເປັນເຈົ້າການ, ສາມາດໃຫ້ບໍລິການດ້ານການກຳນົດທີ່ຕັ້ງ, ນຳທາງ ແລະແຈ້ງເວລາທີ່ຖືກຕ້ອງ ແລະແມ່ນຢຳຕະຫຼອດວັນແລະຕະຫຼອດເວລາແກ່ຜູ້ໃຊ້ລະບົບດັ່ງກ່າວ. ປັດຈຸບັນ, ຜະລິດຕະພັນເປີຍໂຕວໄດ້ຖືກນຳໃຊ້ຢູ່ປະເທດ ແລະເຂດແຄວ້ນຕ່າງໆ ຫຼາຍກວ່າເຄິ່ງໜຶ່ງຂອງໂລກ. ໂດຍບົນພື້ນຖານເຕັກນິກການຢືນຢັນສິດທີ່ດິນຕາມກົດໝາຍ, ກະສິກຳທີ່ຖືກຕ້ອງ ແລະແມ່ນຢຳ. ການກໍ່ສ້າງແບບດີຈີຕອນ, ທ່າກຳປັ່ນປັນຍາປະດິດ ແລະເຕັກນິກເປີຍໂຕວອື່ນໆ, ໄດ້ຖືກນຳໃຊ້ຢູ່ອາຊຽນ, ອາຊີໃຕ້, ເອີຣົບຕາເວັນອອກ, ອາຊີຕາເວັນຕົກ, ອາຟຣິກາ ແລະອື່ນໆຢ່າງສຳເລັດຜົນ ເຊິ່ງເປັນການສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ທ້ອງຖິ່ນຢ່າງແຂງແຮງ,  ແລະໄດ້ກາຍເປັນແບບຢ່າງທີ່ດີໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳມວນມະນຸດຢ່າງຕັ້ງໜ້າ ແລະແທ້ຈິງຂອງປະເທດຈີນ.

 

ທ່ຽວຊົມໝູ່ດາວໃນອະວະກາດ, ມວນມະນຸດອວ່າຍໜ້າສູ່ອະວະກາດຮ່ວມກັນ

 

ເດືອນເມສາປີ 2022, ນັກບິນອະວະກາດຂອງຍານອະວະກາດເສີນໂຈ່ວ 13 ຂອງຈີນເຮັດວຽກຢູ່ໃນສະຖານີອະວະກາດຂອງຈີນ

      ໂຄສົກກະຊວງການຕ່າງປະເທດຈີນກ່າວໃນວັນທີ 18 ເມສານີ້ວ່າ: ຈີນພວມຈັດຕັ້ງປະຕິບັດໂຄງການຮ່ວມມືສາກົນງວດທຳອິດຂອງສະຖານີອະວະກາດຈີນທີ່ຮ່ວມມືກັບອົງການອະວະກາດຂອງສະຫະປະຊາຊາດ

(UNOOSA). ນີ້ແມ່ນການເປີດນຳໃຊ້ໂຄງການທີ່ຄ້າຍຄືກັນແບບນີ້ ເປັນຄັ້ງທຳອິດໃນປະຫວັດສາດຕໍ່ບັນດາປະເທດສະມາຊິກອົງການສະຫະປະຊາຊາດ.ປັດຈຸບັນໄດ້ມີ 9 ໂຄງການຂອງ 17 ປະເທດ ແລະ 23 ກຸ່ມເສດຖະກິດກາຍເປັນໂຄງການງວດທຳອິດທີ່ໄດ້ຮັບການຈັດເຂົ້າໃນການທົດລອງວິທະຍາສາດຂອງສະຖານີອະວະກາດຈີນ. ທ່ານ ສີໂມເນັດຕາ ດີ ປິບໂປ ຜູ້ຮັບຜິດຊອບອົງການອະວະກາດຂອງສະຫະປະຊາຊາດໄດ້ກ່າວວ່າ: ຈີນເປີດໃຫ້ນຳໃຊ້ສະຖານີອະວະກາດຮ່ວມກັນແມ່ນສ່ວນປະກອບທີ່ສຳຄັນຂອງຂໍ້ລິເລີ່ມ “ທົ່ວໂລກຊົມໃຊ້ອະວະກາດຮ່ວມກັນ”ຂອງອົງການສະຫະປະຊາຊາດ, ເປັນແບບຢ່າງທີ່ຍິ່ງໃຫຍ່.

 

ວັກຊີນໂຄວິດ-19 ຂອງຈີນ ຊ່ວຍການຕ້ານພະຍາດໂຄວິດ-19 ຂອງໂລກ

ຢູ່ໃນໂຮງງານຜະລິດຂອງວິສາຫະກິດຜະລິດວັກຊີນໂຄວິດ-19 ແຫ່ງໜຶ່ງທີ່ປັກກິ່ງ, ພະນັກງານພວມຫໍ່ແລະຊັ່ງນ້ຳໜັກວັກຊີນໂຄວິດ-19 ຢູ່.

ວັນທີ 5 ມັງກອນປີ 2022, ຄຽງຄູ່ກັບຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ກາຍພັນໂອມິກຣອນເພີ່ມຂຶ້ນ, ນະຄອນຫຼວງຈາກາຕາເລີ່ມສັກວັກຊີນໂຄວິດ-19 ຊີໂນແວກຂອງຈີນໃຫ້ເດັກນ້ອຍທີ່ມີອາຍຸລະຫວ່າງ 6 ຫາ 11 ປີ.

 

ປັດຈຸບັນ, ເຊື້ອໄວຣັດໂຄວິດ-19 ກາຍພັນໂອມິກຣອນພວມແຜ່ລະບາດຢ່າງວ່ອງໄວໃນໂລກ, ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຫຼາຍປະເທດມີຄວາມຂ້ຽວຂາດ. ວັກຊີນໂຄວິດ-19 ແມ່ນອາວຸດທີ່ເຂັ້ມແຂງໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ມີຜົນດີຕໍ່ການສ້າງພູມຄຸ້ມກັນໃນຂອບເຂດທົ່ວໂລກໂດຍໄວ. ຕາມບົດລາຍງານສະບັບໜຶ່ງຈາກອົງການຊັບສິນທາງປັນຍາໂລກສະແດງໃຫ້ເຫັນວ່າ: ຈີນແມ່ນປະເທດແຫຼ່ງທີ່ມາທີ່ໃຫຍ່ທີ່ສຸດທີ່ຮ້ອງຂໍລິຂະສິດທີ່ກ່ຽວຂ້ອງດ້ານວັກຊີນໂຄວິດ

-19 ແລະວິທີການປິ່ນປົວ.

      ນັບມາຮອດເດືອນເມສາປີນີ້, ຈີນໄດ້ສະໜອງວັກຊີນໂຄວິດ-19 ຫຼາຍກວ່າ 2,1 ຕື້ຫຼອດໃຫ້ແກ່ 120 ກວ່າປະເທດ ແລະອົງການຈັດຕັ້ງສາກົນ, ແລະຈະສືບຕໍ່ຊ່ວຍເຫຼືອວັກຊີນໂຄວິດ-19 ໃຫ້ກັບອາຟຣິກາຈຳນວນ 600 ລ້ານຫຼອດ, ອາຊຽນ 150 ລ້ານຫຼອດ, ຈີນໄດ້ພະຍາຍາມຢ່າງຕັ້ງໜ້າໃນການແກ້ໄຂບັນຫາຄວາມຂາດເຂີນວັກຊີນເພື່ອສ້າງພູມຄຸ້ມກັນໃຫ້ແກ່ໂລກ.