ການລະເມີດຄຳໝັ້ນສັນຍາຈະສ້າງຜົນຮ້າຍຢ້ອນຫຼັງທີ່ອາເມຣິກາທົນບໍ່ໄດ້

2022-04-28 11:49:08 cri


ໃນເວລາຕອບຄຳຖາມໃນກອງປະຊຸມຖະແຫຼງຂ່າວໃນວັນທີ 27 ເມສານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຊີ້ອອກວ່າ:ການລະ ເມີດຄຳໝັ້ນສັນຍາບໍ່ພຽງແຕ່ຈະຊຸກດັນໃຫ້ໄຕ້ຫວັນໄປສູ່ອັນຕະລາຍເທົ່ານັ້ນ,ຍັງ ຈະສ້າງຜົນຮ້າຍຢ້ອນຫຼັງຢ່າງເຈັບປວດທີ່ອາເມຣິກາທົນບໍ່ໄດ້.


ມີຂ່າວລາຍງານວ່າ:ທ່ານອັນໂຕນີ ບລິນເຄນ ລັດຖະມົນຕີກະຊວງການ ຕ່າງປະເທດອາເມຣິກາໄດ້ກ່າວໃນກອງປະຊຸມຟັງຄຳໃຫ້ການຢູ່ລັດຖະສະພາ ອາເມຣິກາໃນວັນທີ 26 ເມສານີ້ວ່າ:ລັດຖະບານອາເມຣິກາຕັດສິນໃຈເພື່ອ ຮັບປະກັນວ່າໄຕ້ຫວັນຈະມີເຄື່ອງມືທີ່ຈຳເປັນເພື່ອຕ້ານການຮຸກຮານທຸກຮູບແບບທີ່ແຝງຊ້ອນຈາກແຜ່ນດິນໃຫຍ່ຈີນ.ຕໍ່ກັບເລື່ອງນີ້,ທ່ານວ່າງເວີນປິ່ນໄດ້ກ່າວວ່າ: ຝ່າຍຈີນສະແດງຄວາມບໍ່ພໍໃຈຢ່າງຮຸນແຮງແລະເດັດດ່ຽວຄັດຄ້ານການສະແດງ ທ່າທີຂອງທ່ານບລິນເຄນ.


ພ້ອມກັນນັ້ນ,ທ່ານວ່າງເວີນປິ່ນໄດ້ກ່າວເນັ້ນໜັກໂດຍຊີ້ອອກວ່າ:ນັບແຕ່ຈີນ-ອາເມຣິກາສ້າງສາຍພົວພັນທາງການທູດເມື່ອປີ 1979 ເປັນຕົ້ນມາ,ລັດຖະບານ ອາເມຣິກາທຸກຊຸດລວມທັງລັດຖະບານຊຸດປັດຈຸບັນລ້ວນແຕ່ໄດ້ກ່າວຢ່າງຈະແຈ້ງວ່າ:ຈະປະຕິບັດນະໂຍບາຍຈີນດຽວ.ໃນເມື່ອໄຕ້ຫວັນເປັນພາກສ່ວນໜຶ່ງຂອງຈີນ, ຄຳວ່າ ແຜ່ນດິນໃຫຍ່“ຮຸກຮານ”ນັ້ນ ຄຳເວົ້າແບບນີ້ເອົາມາແຕ່ໃສ່?


ທ່ານວ່າງເວີນປິ່ນໄດ້ຊີ້ໃຫ້ເຫັນວ່າ:ຜູ້ນຳອາເມຣິກາໄດ້ກ່າວຫຼາຍເທື່ອວ່າ ບໍ່ສະໜັບສະໜູນ“ໄຕ້ຫວັນເປັນເອກະລາດ”,ແຕ່ໃນຂະນະດຽວກັນພັດສືບຕໍ່ ຂາຍອາວຸດໃຫ້ໄຕ້ຫວັນ,ດຳເນີນການໄປມາຫາສູ່ກັບທາງການໄຕຫວັນ,ສົ່ງສັນ ຍານອັນຜິດພາດໃຫ້ແກ່ອິດທິກຳລັງແບ່ງແຍກ “ໄຕ້ຫວັນເປັນເອກະລາດ”.ການ ລະເມີດຄຳໝັ້ນສັນຍາບໍ່ພຽງແຕ່ຈະຊຸກດັນໄຕ້ຫວັນໄປສູ່ອັນຕະລາຍເທົ່ານັ້ນ,ຍັງ ຈະສ້າງຜົນຮ້າຍຢ້ອນຫຼັງຢ່າງເຈັບປວດທີ່ອາເມຣິກາທົນບໍ່ໄດ້.