ສະຫະພາບເອີຣົບມີປະຊາກອນ 60% ຫາ 80% ເຄີຍຕິດເຊື້ອພະຍາດໂຄວິດ-19

2022-04-28 17:29:39 cri


ວັນທີ 27 ເມສານີ້ຕາມເວລາທ້ອງຖິ່ນ, ທ່ານສເຕລາ ກີເຣຍເດສ ກຳມະການຜູ້ຮັບຜິດຊອບວຽກງານສາທາລະນະສຸກຂອງຄະນະກຳມາທິການສະຫະພາບເອີຣົບກ່າວວ່າ: ນັບມາຮອດປັດຈຸບັນ, ສະຫະພາບເອີຣົບໄດ້ມີປະຊາກອນ 30% ເຄີຍຖືກປົ່ງມະຕິເປັນພະຍາດໂຄວິດ-19, ຖ້າບວກກັບຜູ້ຕິດເຊື້ອທີ່ຍັງບໍ່ທັນໄດ້ໄປລາຍງານນັ້ນ, ໃນປະເທດສະຫະພາບເອີຣົບອາດຈະມີປະມານ 300 ລ້ານຄົນເຄີຍຕິດເຊື້ອຍພະຍາດ, ເທົ່າກັບປະມານ 60% ຫາ 80% ຂອງຈຳນວນປະຊາກອນສະຫະພາບເອີຣົບທັງໝົດ.

ເຖິງວ່າໃນໄລຍະມໍ່ໆມານີ້, ຫຼາຍປະເທດໃນສະຫະພາບເອີຣົບໄດ້ຜ່ອນຄາຍມາດຕະການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ກໍ່ຕາມ, ແຕ່ຄະນະກຳມາທິການສະຫະພາບເອີຣົບໄດ້ເຕືອນໃຫ້ປະເທດສະມາຊິກຕ່າງໆຄວນສ້າງລະບົບຕິດຕາມຄວບຄຸມດ້ວຍດີຈີຕອນທີ່ເປັນເອກະພາບກັນ, ແບບຍືນຍົງ ແລະໄລຍະຍາວ, ຈັ່ງມີສະຕິລະວັງຕົວຕໍ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຄືນໃໝ່. ພ້ອມກັນນັ້ນ, ປະເທດຕ່າງໆຄວນສືບຕໍ່ຊຸກຍູ້ການສັກວັກຊີນ ແລະສັກວັກຊີນເຂັມກະຕຸ້ນ, ປັດຈຸບັນ, ຢູ່ພາຍໃນດິນແດນສະຫະພາບເອີຣົບ, ຍັງມີປະມານ 90 ລ້ານຄົນຍັງບໍ່ທັນໄດ້ສັກວັກຊີນຈັກເຂັມເທື່ອ.