ທ່ານກູເຕີເຣັສເດີນທາງໄປຮອດອູແກຼນ ໃນຂະນະທີ່ທ່ານປູຕິນກ່າວວ່າ ຣັດເຊຍຈະຕອບໂຕ້ຄືນໄວປານຟ້າແມບຖ້າມີປະເທດໃດຂົ່ມຂູ່ທາງຍຸດທະສາດ

2022-04-28 16:34:35 CRI


ຕາມຂ່າວສານອູແກຼນແຈ້ງຂ່າວວ່າ, ວັນທີ 27 ເມສາ 2022ນີ້, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ເດີນທາງໄປຮອດອູແກຼນ, ແລະໃນວັນທີ 28ກໍໄດ້ພົບປະກັບທ່ານເຊເລັນສະກີ ປະທານາທິບໍດີອູແກຼນ ແລະ ທ່ານດີມີໂຕຼ ກູເລບາ ລັດຖະມົນຕີກະຊວງການຕ່າງປະເທດອູແກຼນ.

 

ໃນຂະນະດຽວກັນ, ຕາມຂ່າວຈາກເວັບໄຊວັງແກຼມແລັງຂອງຣັດເຊຍ, ໃນວັນທີ 27 ເມສາປີ 2022, ທ່ານວະລາດີເມຍ ປູຕິນ, ປະທານາທິບໍດີຣັດເຊຍກ່າວວ່າ, ຖ້າວ່າມີປະເທດໃດມີເຈດຕະນາແຊກແຊງການເຄື່ອນໄຫວພິເສດທາງການທະຫານຂອງຣັດເຊຍທີ່ພວມດຳເນີນຢູ່ອູແກຼນ, ທັງເປັນໄພຂົ່ມຂູ່ທາງຍຸດທະສາດທີ່ບໍ່ສາມາດຍອມຮັບໄດ້, ຣັດເຊຍຈະຕອບໂຕ້ຄືນຢ່າງວ່ອງໄວປານຟ້າແມບ.