ຈີນຕອບຄຳຖາມກ່ຽວກັບເຫດການໂຈມຕີແບບກໍ່ການຮ້າຍທີ່ເກີດຂຶ້ນຢູ່ປາກີສະຖານ

2022-04-28 17:35:33 cri


ໂດຍແນໃສ່ເຫດການທີ່ລົດຂອງສະຖາບັນຂົງຈື້ຂອງມະຫາວິທະຍາໄລກາຣາຈີປາກີສະຖານຖືກໂຈມຕີດ້ວຍການກໍ່ການຮ້າຍ, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວເນັ້ນໜັກໃນກອງປະຊຸມຖະແຫຼງຂ່າວໃນວັນທີ 27 ເມສານີ້ວ່າ: ຈີນຈະຮ່ວມກັບປາກີສະຖານສືບຫາຜູ້ກະທຳຜິດ, ຈະເຮັດໃຫ້ມືມືດຢູ່ເປື້ອງຫຼັງຖືກລົງໂທດຕາມກົດໝາຍ ແລະຮັບຜິດຢ່າງໜັກໜ່ວງ.

ທ່ານວ່າງເວີນປິ່ນກ່າວເນັ້ນວ່າ: “ລັດທິກໍ່ການຮ້າຍແມ່ນສັດຕູຮ່ວມຂອງມວນມະນຸດ. ຈີນເດັດດ່ຽວສະໜັບສະໜູນຄວາມພະຍາຍາມໃນການຕ້ານການກໍ່ການຮ້າຍຂອງປາກີສະຖານ, ຈີນຈະຮ່ວມກັບປາກີສະຖານສືຫາຜູ້ກະທຳຜິດ, ຈະເຮັດໃຫ້ມືມືດທີ່ຢູ່ເປື້ອງຫຼັງຖືກລົງໂທດຕາມກົດໝາຍ ແລະຮັບຜິດຢ່າງໜັກໜ່ວງ. ພວກຂ້າພະເຈົ້າຂໍເຕືອນອີກຄັ້ງໜຶ່ງໃຫ້ປະຊາຊົນ, ວິສາຫະກິດແລະໂຄງການຂອງຈີນທີ່ຢູ່ປາກີສະຖານ ຈົ່ງຕິດຕາມສະພາບຄວາມໝັ້ນຄົງຢູ່ທ້ອງຖິ່ນຢ່າງໃກ້ຊິດ ແລະປ້ອງກັນຄວາມສ່ຽງດ້ານຄວາມປອດໄພໃຫ້ດີທີ່ສຸດ.”