“ຄວາມເປັນເອກະລາດຂອງໄຕ້ຫວັນ”ແມ່ນທາງຕັນທີ່ໄປບໍ່ລອດເຊິ່ງຖືກຢືນຢັນໃນເວລາລັດຖະມົນຕີກະຊວງປ້ອງກັນປະເທດຈີນ-ອາເມ ຣິກາສົນທະນາກັນ

2022-04-28 11:19:07 cri



ຫ້ອງການວຽກງານໄຕ້ຫວັນຂອງຄະນະລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວໃນວັນທີ 24 ເມສານີ້.ໃນເວລາຕອບຄຳຖາມຂອງນັກຂ່າວ, ທ່ານມາຊຽວກ່ວງ ໂຄສົກຂອງຫ້ອງການດັ່ງກ່າວໄດ້ກ່າວວ່າ:ເນື້ອໃນທີ່ພົວພັນກັບໄຕ້ຫວັນໃນການສົນທະນາທາງໂທລະສັບລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດຈີນ-ອາເມຣິການັ້ນແມ່ນຈະແຈ້ງທີ່ສຸດແລ້ວ, “ຄວາມເປັນເອກະລາດຂອງໄຕ້ຫວັນ”ແມ່ນທາງຕັນທີ່ໄປບໍ່ລອດ.


ທ່ານມາຊຽວກ່ວງກ່າວວ່າ:ວັນທີ 20 ເມສານີ້,ທ່ານເວີ້ຍເຟີງເຫີ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດຈີນໄດ້ ສົນທະນາທາງໂທລະສັບກັບທ່ານລອຍ ອອສຕິນ ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາຕາມການເຊື້ອເຊີນ, ໂດຍທ່ານໄດ້ກ່າວເນັ້ນໜັກວ່າ: ຖ້າແກ້ໄຂບັນຫາໄຕ້ຫວັນບໍ່ໄດ້ດີກໍ່ຈະສ້າງຜົນກະທົບຮ້າຍແຮງທຳລາຍສາຍສຳພັນສອງຊາດຈີນ-ອາເມຣິກາ.ທ່ານອອສຕິນໄດ້ກ່າວວ່າ:ອາເມຣິກາໄດ້ຍຶດໝັ້ນໃນນະໂຍບາຍຈີນດຽວ.ເນື້ອໃນທີ່ພົວພັນກັບໄຕ້ຫວັນໃນການສົນທະນາທາງໂທລະສັບທີ່ກ່ຽວຂ້ອງນັ້ນແມ່ນຈະແຈ້ງທີ່ສຸດແລ້ວ. “ຄວາມເປັນເອກະລາດຂອງໄຕ້ຫວັນ” ແມ່ນທາງຕັນທີ່ໄປບໍ່ລອດ, ເຈົ້າໜ້າທີ່ພັກປະຊາທິປະໄຕກ້າວໜ້າຫຼືພັກ DPP ມີເຈດຕະນາອາໄສອິດທິກຳລັງພາຍນອກເພື່ອສະແຫວງຫາ “ຄວາມເປັນເອກະລາດ”ນັ້ນແມ່ນບໍ່ສາມາດບັນລຸຜົນເປັນຈິງໄດ້.