ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງກອງປະຊຸມແລກປ່ຽນຫົວຄິດປະດິດສ້າງຂອງນາຍຊ່າງຂອງຊາດຄັ້ງປະຖົມມະເລີກທັງອວຍພອນໄຊອັນປະເສີດເຖິງປະຊາຊົນຜູ້ອອກແຮງງານທັງຫຼາຍເນື່ອງໃນໂອກາດວັນກຳມະກອນສາກົນທີ່ຈະຫມູນວຽນມາເຖິງ

2022-04-28 14:41:47 cri



ກອງປະຊຸມແລກປ່ຽນຫົວຄິດປະດິດສ້າງຂອງນາຍຊ່າງຂອງຊາດຄັ້ງ ປະຖົມມະເລີກໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 27 ເມສານີ້ຢູ່ນະຄອນຫຼວງປັກກິ່ງ ສປ ຈີນ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູ ນິດຈີນ ປະທານປະເທດຈີນໄດ້ສົ່ງສານເພື່ອສະແດງຄວາມຊົມເຊີຍຢ່າງ ສຸດໃຈຕໍ່ການຈັດກອງປະຊຸມຄັ້ງນີ້, ພ້ອມທັງຕາງໜ້າໃຫ້ສູນກາງພັກສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈເຖິງຜູ້ມີຄວາມຮູ້ຄວາມສາມາດດ້ານສີມືແຮງງານແລະແຮງງານແບບຢ່າງທັງຫຼາຍ ທັງໄດ້ອວຍພອນໄຊອັນປະເສີດໄປຍັງປະຊາຊົນຜູ້ອອກແຮງ ງານທັງຫຼາຍເນື່ອງໃນໂອກາດວັນກຳມະກອນສາກົນ 1 ພຶດສະພາທີ່ຈະໝູນວຽນມາເຖິງ.



ໃນສານຊົມເຊີຍຂອງທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: ຖັນແຖວກຳມະກອນເຕັກນິກເປັນກຳລັງແຮງອັນສຳຄັນໃນການຄ້ຳຊູອຸດສາຫະກຳການຜະລິດຂອງຈີນ ແລະການປະດິດສ້າງຂອງຈີນ. ຊົນຊັ້ນກຳມະກອນແລະປະຊາຊົນຜູ້ອອກ ແຮງງານອັນໄພສານຂອງຈີນຕ້ອງອອກແຮງເສີມຂະຫຍາຍຈິດໃຈແຮງງານແບບຢ່າງ, ຈິດໃຈການອອກແຮງງານ,ຈິດໃຈນາຍຊ່າງ, ເພື່ອຕອບສະໜອງກັບຄວາມຮຽກ ຮ້ອງຕ້ອງການຂອງການປະຕິວັດວິທະຍາສາດເຕັກໂນໂລຊີແລະການປ່ຽນແປງ ດ້ານອຸດສາຫະກຳໃນໂລກປັດຈຸບັນ, ຕ້ອງຮຽນຮູ້ແລະຝຶກຝົນຫຼໍ່ຫຼອມສືມີແຮງງານ ຢ່າງດຸໝັ່ນຂະຫຍັນພຽນ, ລົງເລິກຄົ້ນຄວ້າ, ກ້າປະດິດສ້າງ, ກ້າເຮັດກ່ອນໝູ່, ຍົກລະດັບເຕັກນິກແລະສີມືແຮງງານໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສິຕິປັນຍາແລະເຫື່ອແຮງເຂົ້າໃນການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ, ການປະຕິບັດຍຸດທະສາດສ້າງປະເທດເຂັ້ມແຂງດ້ານອຸດ ສາຫະກຳການຜະລິດ, ສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ. ຄະນະພັກແລະອົງການປົກຄອງທຸກຂັ້ນຕ້ອງລົງເລິກການກໍ່ສ້າງແລະການປະຕິຮູບຖັນແຖວກຳມະກອນອຸດສາຫະກຳ, ໃຫ້ຄວາມສຳຄັນໃນການເສີມຂະຫຍາຍບົດບາດຂອງຖັນແຖວກຳມະການເຕັກນິກ ແລະເສີມຂະຫຍາຍຄວາມຮູ້ຄວາມສາມາດຂອງເຂົາເຈົ້າໃນການປະດິດສ້າງຢ່າງເຕັມສ່ວນ. 

ກອງປະຊຸມແລກປ່ຽນຫົວຄິດປະດິດສ້າງຂອງນາຍຊ່າງຂອງຊາດຄັ້ງປະຖົມມະເລີກແມ່ນສະຫະພັນກຳມະບານແຫ່ງຊາດຈີນເປັນເຈົ້າພາບຈັດຂຶ້ນດ້ວຍຮູບແບບອັອຟລາຍແລະອອນລາຍເພື່ອສະແດງໃຫ້ເຫັນສີມືແຮງງານອັນສຸດຍອດແລະຜົນງານດ້ານການປະດິດສ້າງຂອງຊາວຜູ້ອອກແຮງງານອັນໄພສານເຊິ່ງມີນາຍຊ່າງຂອງຊາດເປັນຕົວແທນ ແລະເປັນການສ້າງເວທີແລກປ່ຽນບົດຮຽນສຳລັບ ຜູ້ມີຄວາມຮູ້ຄວາມສາມາດດ້ານເຕັກນິກຂັ້ນສູງທັງຫຼາຍ.