ທ່ານກູເຕີເຣັສ ແລະ ທ່ານເຊເລນສະກີໄດ້ຈັດກອງປະຊຸມຖະແຫລງຂ່າວ

2022-04-29 13:02:51 CRI

 

ວັນທີ 28 ເມສາປີ 2022, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ແລະ ທ່ານເຊເລນສະກີ ປະທານາທິບໍດີອູແກຼນໄດ້ພົບປະກັນຢູ່ນະຄອນຫຼວງກີແອບຂອງອູແກຼນ.

 

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຮ່ວມກັນໂດຍທ່ານກູເຕີເຣັສ ແລະ ທ່ານເຊເລນສະກີ, ທ່ານກູເຕີເຣັສກ່າວວ່າ: ອົງການສະຫະປະຊາຊາດພວມເພີ່ມການຊ່ວຍເຫຼືອໃຫ້ກັບອູແກຼນ, ເຊິ່ງລວມທັງການຊ່ວຍເຫຼືອເປັນເງິນສົດ, ສະບຽງອາຫານ ແລະ ອຸປະກອນປິ່ນປົວ. ທ່ານກູເຕີເຣັສຮຽກຮ້ອງໃຫ້ການປະທະກັນທາງການທະຫານສິ້ນສຸດລົງໂດຍໄວ ເພື່ອສ້າງສັນຕິພາບຕາມກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ.