ປີ 2021 ທາງລົດໄຟທົ່ວປະເທດຈີນໄດ້ຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 2,6ຕື້ ເທື່ອຄົນ

2022-04-29 12:56:46 CRI

ເມື່ອບໍ່ດົນມານີ້, ອົງການທາງລົດໄຟແຫ່ງຊາດຈີນໄດ້ເປີດເຜີຍ “ບົດລາຍງານສະຖິຕິທາງລົດໄຟປີ 2021.”


ບົດລາຍງານສະຖິຕິໄດ້ສະແດງໃຫ້ເຫັນວ່າ: ປີ 2021 ທາງລົດໄຟທົ່ວປະເທດຈີນໄດ້ຂົນສົ່ງຜູ້ໂດຍສານໄດ້ເຖິງ 2 ຕື້ 612 ລ້ານເທື່ອຄົນ, ເພີ່ມຂຶ້ນ 18,5% ເມື່ອທຽບໃສ່ປີ 2020. ໄດ້ຂົນສົ່ງສິນຄ້າ 4ຕື້ 774ລ້ານໂຕນ, ເພີ່ມຂຶ້ນ4,9%.

ໃນປີ 2021, ການລົງທຶນເຂົ້າໃນຊັບສິນຄົງທີ່ສຳລັບທາງລົດໄຟໃນທົ່ວປະເທດຈີນມີເຖິງ 748,9 ຕື້ຢວນ, ໂດຍໄດ້ສ້າງທາງລົດໄຟສາຍໃໝ່ 4.208 ກິໂລແມັດ, ໃນນັ້ນມີທາງລົດໄຟຄວາມໄວສູງ 2.168 ກິໂລແມັດ. ໄລຍະທາງລົດໄຟທີ່ໃຫ້ບໍລິການໃນທົ່ວປະເທດຈີນມີເຖິງ 150.000 ກິໂລແມັດ, ໃນນັ້ນ ເສັ້ນທາງລົດໄຟຄວາມໄວສູງມີເຖິງ 40.000 ກິໂລແມັດ.