ກຸ່ມ G20 ຄວນສຸມໃສ່ວຽກຕົ້ນຕໍ, ຫຼີກເວັ້ນບໍ່ຫັນເອົາການຮ່ວມມືດ້ານເສດຖະກິດການເງິນສາກົນເປັນບັນຫາການເມືອງ ແລະ ການທະຫານ

2022-04-29 16:42:38 cri


ວັນທີ 28 ເມສານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ກຸ່ມG20 ຄວນສຸມໃສ່ວຽກຕົ້ນຕໍ, ຫຼີກເວັ້ນບໍ່ຫັນເອົາການຮ່ວມມືດ້ານເສດຖະກິດການເງິນສາກົນເປັນບັນຫາການເມືອງ ແລະ ການທະຫານ, ຄວນຕັ້ງໜ້າປະກອບສ່ວນເຂົ້າໃນການຊຸກຍູ້ການຟື້ນຟູເສດຖະກິດໂລກຢ່າງໝັ້ນທ່ຽງ ແລະປັບປຸງການບໍລິຫານເສດຖະກິດຂອງໂລກໃຫ້ດີຂຶ້ນ.

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນມື້ດຽວກັນ, ມີນັກຂ່າວຖາມວ່າ: ທ່ານເຊເລນສະກີ ປະທານາທິບໍດີອູແກຣນກ່າວວ່າ: ຕົນໄດ້ຖືກເຊື້ອເຊີນໃຫ້ໄປເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມG20 ທີ່ຈະຈັດຂຶ້ນຢູ່ອິນໂດເນເຊຍ, ແລະກ່ອນໜ້ານີ້, ອາເມຣິກາກ່າວວ່າ: ຫວັງໃຫ້ G20 ຂັບໄລ່ຣັດເຊຍອອກຈາກກຸ່ມ ຍ້ອນເປັນຜູ້ເຮັດສົງຄາມຢູ່ອູແກຣນ. ຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?

ທ່ານວ່າງເວີນປິ່ນກ່າວວ່າ: ກຸ່ມ G20 ແມ່ນເວທີປຶກສາຫາລືຕົ້ນຕໍດ້ານການຮ່ວມມືເສດຖະກິດການເງິນສາກົນ. ສະຖານະການສາກົນໃນປັດຈຸບັນພວມປະເຊີນກັບປັດໄຈ ບໍ່ໝັ້ນທ່ຽງ ແລະ ບໍ່ແນ່ນອນຫຼາຍຢ່າງ ,ສະນັ້ນຈຶ່ງມີຄວາມຕ້ອງການອັນຮີບດ່ວນເພື່ອໃຫ້ປະຊາຄົມໂລກຮັບມືດ້ວຍສາມັກຄີແລະຮ່ວມມືກັນ. ປະເທດຕ່າງໆຄວນຍຶດໝັ້ນການສົນທະນາກັນ, ແຕ່ບໍ່ແມ່ນການຍຸແຍ່ໃຫ້ເປັນປໍລະປະກັນ, ຄວນຍຶດໝັ້ນການຮ່ວມມືກັນແຕ່ບໍ່ແມ່ນການແບ່ງແຍກກັນ, ຄວນຮ່ວມກັນສຸມຄວາມພະຍາຍາມເພື່ອຮັກສາຄວາມໝັ້ນຄົງຂອງໂລກແຕ່ບໍ່ແມ່ນເຮັດໃຫ້ການປະທະກັນສົ່ງຜົນກະທົບໄປສູ່ປະເທດອື່ນຫຼາຍຂຶ້ນຕື່ມອີກ.