ການສຳຫຼວດວິທະຍາສາດພູໂຈໂມລັງມາ “ພາລະກິດສູ່ຈອມພູ”ໄດ້ເລີ່ມຕົ້ນຂຶ້ນ

2022-04-29 13:03:29 cri



ວັນທີ 28 ເມສານີ້,ການສຳຫຼວດວິທະຍາສາດພູໂຈໂມລັງມາ “ພາລະກິດສູ່ຈອມພູ”ໄດ້ເລີ່ມຕົ້ນຂຶ້ນແລ້ວຢ່າງຮອບດ້າ,ເຊິ່ງມີທີມສຳຫຼວດວິທະຍາສາດ16 ທີມທີ່ມີສະມາຊິກທັງໝົດ 270 ກວ່າຄົນເຂົ້າຮ່ວມ, ນີ້ແມ່ນການສຳຫຼວດວິທະຍາສາດແບບກວມລວມທີ່ກວມຂະແໜງວິຊາການຫຼາຍກວ່າໝູ່ ມີສະມາຊິກເຂົ້າຮ່ວມຫຼາຍກວ່າໝູ່ ແລະ ນຳໃຊ້ເຄື່ອງອຸປະກອນທີ່ທັນສະໄໝກວ່າໝູ່ນັບແຕ່ການສຳຫຼວດວິທະຍາສາດພູພຽງຊິງໄຫ-ຕິເບດຄັ້ງທີສອງເປັນຕົ້ນມາ.ການສຳຫຼວດເທື່ອນີ້ຈະວັດແທກສະພາບອາກາດຢູ່ເທິງທ້ອງຟ້າໃນລະດັບສູງແບບກວມລວມໂດຍນຳໃຊ້ເຮືອເຫາະອາກາດຢູ່ສະຖານີສຳຫຼວດວິທະຍາສາດຢູ່ພູໂຈໂມລັງມາທີ່ຕັ້ງຢູ່ຈຸດທີ່ມີລະດັບສູງກວ່າໜ້ານ້ຳທະເລ4.276ແມັດ.

 

ໃນການສຳຫຼວດວິທະຍາສາດຢູ່ພູໂຈໂມລັງມາໃນຊື່“ພາລະກິດສູ່ຈອມພູ”ເທື່ອນີ້,ທີມສຳຫຼວດຈະນຳໃຊ້ເຮືອເຫາະອາກາດ“ຈີມູ້1-3” ທີ່ຈີນຄົ້ນຄວ້າຜະລິດເອງເພື່ອວັດແທກສະພາບອາກາດຢູ່ເທິງທ້ອງຟ້າໃນລະດັບສູງແບບກວມລວມ, ເຊິ່ງເຮືອເຫາະອາກາດລຳດັ່ງກ່າວຈະທ້າທາຍຂີດຈຳກັດຂອງມະນຸດທີ່ບິນຂຶ້ນສູ່ທ້ອງຟ້າທີ່ມີລະດັບສູງກວ່າໜ້ານ້ຳທະເລທີ່ສຸດໃນໂລກ,ຄາດວ່າເປົ້າໝາຍການສຳຫລວດຈະສູງກວ່າຈອມພູໂຈໂມລັງມາ.