ຈີນສົ່ງດາວທຽມຊື້ເວີຍ 01/02 ເຂົ້າສູ່ວົງໂຄຈອນຢ່າງສຳເລັດຜົນ

2022-04-30 11:15:14 CRI


     ເວລາ 12 ໂມງ 11 ນາທີຂອງວັນທີ 29 ເມສາປີ 2022, ຈີນໄດ້ສົ່ງດາວທຽມສອງໜ່ວຍ ຄື ຊື້ເວີຍ 01/02 ເຂົ້າສູ່ວົງໂຄຈອນຢ່າງສຳເລັດຜົນໂດຍຜ່ານຈະຫຼວດສົ່ງຍານຊາງເຈິ່ງ 2C ຢູ່ສູນສົ່ງດາວທຽມຈີວຊວນທາງພາກຕາເວັນຕົກສຽງເໜືອຂອງຈີນ. ດາວທຽມໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສະດວກ, ໜ້າທີ່ສົ່ງດາວທຽມຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.



     ດາວທຽມສອງໜ່ວຍດັ່ງກ່າວຕົ້ນຕໍຈະສະໜອງການບໍລິການດ້ານຂໍ້ມູນການສຳຫຼວດທາງໄກສຳລັບການຄ້າໃຫ້ແກ່ຂະແໜງການຊັບພະຍາກອນທຳມະຊາດ, ການວັດແທກແລະແຕ້ມແຜນທີ່, ທະເລ, ການອະນຸລັກສິ່ງແວດລ້ອມ ພ້ອມທັງຕະຫຼາດທີ່ຈະເລີນໃໝ່ຕ່າງໆ ເຊັ່ນ: ຄວາມສະຫງົບໃນຕົວເມືອງ ການຫັນຊົນນະບົດເປັນແບບດິຈີຕອນ ແລະອື່ນໆ.