ຫົວໜ້າກົມຮັກສາຄວາມໝັ້ນຄົງແຫ່ງຊາດໂປໂລຍກ່າວວ່າໂປໂລຍໄດ້ສະໜອງລົດຕັງຈຳນວນໜຶ່ງໃຫ້ແກ່ອູແກຼນ

2022-04-30 15:28:34 cri

 

ຕາມຂ່າວCRIວັນທີ 29 ເມສານີ້, ທ່ານບາເວນ ໂຊໂລ, ຫົວໜ້າກົມຮັກສາຄວາມໝັ້ນຄົງແຫ່ງຊາດໂປໂລຍກ່າວໃນເວລາໃຫ້ສຳພາດຕໍ່ລາຍການຂ່າວທ້ອງຖິ່ນວ່າ: ລັດຖະບານໂປໂລຍໄດ້ສະໜອງລົດຕັງສູ້ຮົບ T-72 ທີ່ຜະລິດໂດຍອະດີດສະຫະພາບໂຊວຽດຈຳນວນຫຼາຍສົມຄວນ, ພ້ອມທັງລົດສູ້ຮົບທະຫານບົກແລະເຮືອບິນບໍ່ມີຄົນຂັບຈຳນວນໜ້ອຍໃຫ້ແກ່ອູແກຼນ.

 

ເຖິງວ່າທ່ານບາເວນ ໂຊໂລບໍ່ໄດ້ເປີດເຜີຍຕົວເລກລະອຽດໃນລາຍການ. ແຕ່ສື່ມວນຊົນໂປໂລຍລາຍງານໃນວັນທີ 29 ເມສານີ້ວ່າ: ລົດຕັງ 200 ກວ່າຄັນໄດ້ຖືກຂົນສົ່ງໄປຮອດອູແກຼນແລ້ວ. ທ່ານອານເຈ ດູດາ, ປະທານາທິບໍດີໂປໂລຍໄດ້ກ່າວໃນຕົ້ນອາທິດນີ້ວ່າ: ໂປໂລຍໄດ້ສະໜອງການຊ່ວຍເຫຼືອທາງການທະຫານທີ່ມີມູນຄ່າປະມານ 1,58 ຕື້ໂດລາແກ່ອູແກຼນ.