ຄະນະກຳມະການສົ່ງເສີມການຄ້າສາກົນຈີນກ່າວວ່າ: ວິສາຫະກິດຕ່າງປະເທດຢູ່ຈີນສ່ວນຫຼາຍຍັງຖືຈີນເປັນຕະຫຼາດສຳຄັນດ້ານຍຸດທະສາດ

2022-04-30 12:11:39 CRI


     ນັບແຕ່ເດືອນມີນາປີນີ້ເປັນຕົ້ນມາ, ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດຈີນໄດ້ສ້າງສິ່ງທ້າທາຍໃຫ້ແກ່ການຜະລິດແລະພາກທຸລະກິດຂອງວິສາຫະກິດທຶນຕ່າງປະເທດຢູ່ຈີນ, ມີວິສາຫະກິດທຶນຕ່າງປະເທດຈຳນວນໜຶ່ງກ່າວວ່າ: ລາຍຮັບໃນປີນີ້ຈະຖືກຜົນກະທົບ, ແຕ່ວິສາຫະກິດທຶນຕ່າງປະເທດຢູ່ຈີນສ່ວນຫຼາຍກ່າວວ່າ: ຈີນຍັງຖືກຖືເປັນຕະຫຼາດສຳຄັນດ້ານຍຸດທະສາດ.


     ນີ້ແມ່ນນັກຂ່າວໄດ້ຊາບຈາກກອງປະຊຸມຂ່າວທີ່ຄະນະກຳມະການສົ່ງເສີມການຄ້າສາກົນຈີນໄດ້ຈັດຂຶ້ນໃນວັນທີ 29 ເມສານີ້. ທ່ານຢຸຍຢີ້ ໂຄສົກຄະນະກຳມະການສົ່ງເສີມການຄ້າສາກົນຈີນແນະນຳໃຫ້ຮູ້ວ່າ: ຫວ່າງບໍ່ດົນມານີ້, ຄະນະກຳມະການສົ່ງເສີມການຄ້າສາກົນຈີນໄດ້ດຳເນີນການສຳຫຼວດແລະຄົ້ນຄວ້າກ່ຽວກັບຄວາມຫຍຸ້ງຍາກທີ່ວິສາຫະກິດທຶນຕ່າງປະເທດພວມປະເຊີນຢູ່ໃນປັດຈຸບັນ ແລະຄວາມຮຽກຮ້ອງຕ້ອງການດ້ານນະໂຍບາຍຂອງເຂົາເຈົ້າ, ມີວິສາຫະກິດທີ່ໄດ້ຮັບການສຳຫຼວດ 86% ໄດ້ສະແດງຄວາມພໍໃຈຕໍ່ນະໂຍບາຍທີ່ສ້າງຄວາມໝັ້ນທ່ຽງໃຫ້ທຶນຕ່າງປະເທດ.


     ທ່ານຢຸຍຢີ້ຍັງກ່າວຕື່ມອີກວ່າ: ປັດຈຸບັນນີ້, ການອະນຸມັດສັນຍາວ່າດ້ວຍການລົງທຶນລະຫວ່າງຈີນ-ເອີຣົບຈາກສະຫະພາບເອີຮົບໄດ້ພົບອຸປະສັກ, ແຕ່ໃນວິສາຫະກິດຈາກສະຫະພາບເອີຣົບທີ່ດຳເນີນທຸລະກິດຢູ່ຈີນ ແລະໄດ້ເຂົ້າຮ່ວມການສຳຫຼວດແລະຄົ້ນຄວ້າກ່ຽວກັບສັນຍາວ່າດ້ວຍການລົງທຶນລະຫວ່າງຈີນ-ເອີຣົບ, ມີ 50% ກ່າວວ່າ ຈະບໍ່ສາມາດກະທົບເຖິງແຜນການລົງທຶນຢູ່ຈີນຂອງຕົນໄດ້.