ປະທານສະພາການຄ້າຈີນປະຈຳສິງກະໂປກ່າວວ່າ: ຕະຫຼາດຈີນມີແຮງດຶງດູງທີ່ໃຫຍ່ຫຼວງຕໍ່ນັກລົງທຶນສິງກະໂປ

2022-05-01 12:16:17 cri

      ທ່ານ ຫູຈິ້ນເຊີ້ງ ປະທານສະພາການຄ້າຈີນປະຈຳສິງກະໂປກ່າວໃນຂະນະທີ່ໃຫ້ສຳພາດຕໍ່ນັກຂ່າວວ່າ: ການເມືອງຂອງຈີນມີຄວາມໝັ້ນທ່ຽງ, ລັດຖະບານຈີນໄດ້ສະໜັບສະໜູນການລົງທຶນຢ່າງແຂງແຮງ, ພື້ນຖານໂຄງລ່າງກໍ່ດີແລະມີຕະຫຼາດພາຍໃນທີ່ໃຫຍ່ຫຼວງ,ທັງໝົດເຫຼົ່ານີ້ລ້ວນແຕ່ໄດ້ເຮັດໃຫ້ຕະຫຼາດຈີນມີແຮງດຶງດູດທີ່ໃຫຍ່ຫຼວງຕໍ່ນັກລົງທຶນສິງກະໂປ,ເສດຖະກິດຈີນຈະສືບຕໍ່ຮັກສາການເຕີບໂຕ.

      ທ່ານກ່າວຕື່ມວ່າ: ປັດຈຸບັນ, ວິສາຫະກິດສິງກະໂປມີຄວາມສົນໃຈຫຼາຍຕໍ່ການລົງທຶນຢູ່ຈີນ, ໄດ້ມີວິສາຫະກິດຫຼາຍແຫ່ງຫວັງຢາກໃຫ້ສະພາການຄ້າຈີນປະຈຳສິງກະໂປສາມາດຊ່ວຍເຫຼືອເຂົາເຈົ້າເຂົ້າມາລົງທຶນຢູ່ຈີນ. ສ່ວນຂົງເຂດການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ,ການເງິນທີ່ມີວິທະຍາສາດເຕັກນິກທີ່ກ້າວໜ້າ,ການເງິນສີຂຽວແລະຂົງເຂດການຫັນເປັນແບບອັດຕະໂນມັດຈະແມ່ນຂົງເຂດການລົງທຶນຕົ້ນຕໍໃນອະນາຄົດ.