ປະທານາທິບໍດີປາກີສະຖານສະແດງຄວາມໄວ້ອາໄລຕໍ່ຊາວຈີນທີ່ໄດ້ປະສົບເຄາະຮ້າຍໃນການຫຼອນໂຈມຕີແບບກໍ່ການຮ້າຍຢູ່ປາກີສະຖານ

2022-05-01 12:27:36 CRI


     ວັນທີ 30 ເມສາແລ້ວນີ້, ທ່ານອາຣິຟ ອາວີ ປະທານາທິບໍດີປາກີສະຖານໄດ້ເດີນທາງໄປສະຖານທູດຈີນປະຈຳປາກີສະຖານ ເພື່ອສະແດງຄວາມໄວ້ອາໄລຕໍ່ຊາວຈີນທີ່ໄດ້ປະສົບເຄາະຮ້າຍໃນເຫດການຫຼອນໂຈມຕີແບບກໍ່ການຮ້າຍທີ່ລົດຮັບສົ່ງຂອງສະຖາບັນຂົງຈື້ ມະຫາວິທະຍາໄລຄາຣາຊີຖືກລະເບີດ.



     ທ່ານອາຣິຟ ອາວີກ່າວວ່າ: ຂໍຕາງໜ້າປະຊາຊົນປາກີສະຖານສະແດງຄວາມໄວ້ອາໄລຢ່າງເລິກເຊິ່ງທີ່ສຸດຕໍ່ຊາວຈີນຜູ້ປະສົບເຄາະຮ້າຍ, ແລະສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈທີ່ສຸດຕໍ່ຜູ້ນຳຈີນ ພັກກອມມູນິດຈີນ ແລະປະຊາຊົນຈີນ, ພ້ອມທັງກ່າວປະນາມຢ່າງຮຸນແຮງຕໍ່ການກໍ່ການຮ້າຍຄັ້ງນີ້.



     ທ່ານອາຣິຟ ອາວີຍັງກ່າວຕື່ມອີກວ່າ: ຄູສອນຂອງຈີນໄດ້ເສຍຊີວິດເຮັດໃຫ້ຝ່າຍປາກີສະຖານເສຍພີ່ນ້ອງທີ່ຮັກແພງກັນທີ່ສຸດຢ່າງເສົ້າສະຫຼົດໃຈ, ຝ່າຍປາກີສະຖານຮູ້ສຶກເຈັບໃຈທີ່ສຸດ. ຈຸດປະສົງຂອງພວກກໍ່ການຮ້າຍແມ່ນທຳລາຍມິດຕະພາບລະຫວ່າງປາກີສະຖານກັບຈີນ, ທຳລາຍຂະບວນການສ້າງແລວທາງເສດຖະກິດຈີນ-ປາກີສະຖານ. ຝ່າຍປາກີສະຖານຈະພະຍາຍາມສຸດຂີດເພື່ອໂຈມຕີລັດທິກໍ່ການຮ້າຍ, ຮັບປະກັນຄວາມປອດໄພຂອງຊາວຈີນແລະອົງການຈີນຢູ່ປາກີສະຖານ, ພ້ອມທັງມ້າງກົນອຸບາຍທັງໝົດທີ່ມີເຈດຕະນາທຳລາຍການພົວພັນລະຫວ່າງປາກີສະຖານກັບຈີນ.