ກອງທະຫານອິສຣາແອນຍິງຄົນປາເລັສຕີນຜູ້ໜຶ່ງເສຍຊີວິດຢູ່ແຄມຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ

2022-05-01 12:14:48 cri

      ວັນທີ 30 ເມສາຜ່ານມານີ້, ກະຊວງສາທາລະນະສຸກປາເລັສຕີນໄດ້ອອກຖະແຫຼງການວ່າ: ໃນມື້ດຽວກັນ, ກອງທະຫານອິສຣາແອນໄດ້ຍິງຄົນປາເລັສຕີນຜູ້ໜຶ່ງເສຍຊີວິດຄາຄິເລຍ ເມືອງແຄມຝັ່ງດ້ານຕາເວັນຕົກຂອງແມ່ນ້ຳຈໍແດນ.

      ຜູ້ເຫັນເຫດການໄດ້ກ່າວຕໍ່ນັກຂ່າວວ່າ:ໃນຕອນເຊົ້າມື້ດັ່ງກ່າວ, ກອງທະຫານອິສຣາແອນໄດ້ເຂົ້າໄປບ້ານແຫ່ງໜຶ່ງຢູ່ພາກຕາເວັນອອກເມືອງຄາຄິເລຍແລະດຳເນີນການເຄື່ອນໄຫວໄລ່ຈັບ,ຫຼັງຈາກນັ້ນໄດ້ປະທະກັນກັບປະຊາຊົນທ້ອງຖິ່ນຢ່າງຮຸນແຮງ. ອີງຕາມສື່ມວນຊົນອິສຣາແອນລາຍງານວ່າ: ຕອນຄ່ຳວັນທີ 29 ເມສາຜ່ານມາ, ຜູ້ປະກອບອາວຸດຂອງປາເລັສຕີນສອງຄົນໄດ້ຍິງພະນັກງານຮັກສາຄວາມສະຫງົບຂອງອິສຣາແອນຜູ້ໜຶ່ງເສຍຊີວິດຢູ່ສະຖານທີ່ໃກ້ກັບຊານຟິດ ເມືອງແຄມຝັ່ງດ້ານຕາເວັນຕົກຂອງແມ່ນ້ຳຈໍແດນ, ກອງທະຫານອິສຣາແອນເລີຍດຳເນີນການເຄື່ອນໄຫວໄລ່ຈັບຢູ່ຫຼາຍເຂດແຄມຝັ່ງດ້ານຕາເວັນຕົກຂອງແມ່ນ້ຳຈໍແດນ.