ກອງທະຫານຮັກສາສັນຕິພາບຈີນປະຈຳຢູ່ລີບັງໄດ້ສຳເລັດການຊ້ອມຮົບ “ການຊ່ວຍເຫຼືອຈາກນາງຟ້າ” ທີ່ກອງທະຫານຊົ່ວຄາວ ສປຊ ປະຈຳລີບັງເປັນຜູ້ຈັດຕັ້ງ

2022-05-01 12:23:02 cri

      ວັນທີ 29 ເມສາຜ່ານມານີ້, ກອງທະຫານຮັກສາສັນຕິພາບຂອງຈີນງວດທີ 20 ທີ່ປະຈຳຢູ່ລີບັງໄດ້ສຳເລັດການຊ້ອມຮົບ “ການຊ່ວຍເຫຼືອຈາກນາງຟ້າ” ທີ່ກອງທະຫານຊົ່ວຄາວອົງການສະຫະປະຊາຊາດຫຼື UN ປະຈຳລີບັງເປັນຜູ້ຈັດຕັ້ງຂຶ້ນ ໂດຍໄດ້ສະແດງໃຫ້ເຫັນຄວາມສາມາດດ້ານການຈັດວາງການຄົ້ນຫາແລະຊ່ວຍເຫຼືອສຸກເສີນລວມທັງການບັນຊາການ,ການປະສານງານກັນແລະການຮັບປະກັນທີ່ພົ້ນເດັ່ນ ເຊິ່ງໄດ້ຮັບຄວາມຍ້ອງຍໍສັນລະເສີນເປັນຢ່າງສູງຈາກກອງບັນຊາການກອງທະຫານຊົ່ວຄາວອົງການ ສປຊ ປະຈຳລີບັງແລະກອງທະຫານເພື່ອນມິດທີ່ເຂົ້າຮ່ວມການຊ້ອມຮົບຄັ້ງນີ້.

      ໃນການຊ້ອມຮົມ,ລະບົບບັນຊາການຈັດຕັ້ງທີ່ມີປະສິດທິພາບສູງ,ລະດັບການປິ່ນປົວສຸກເສີນແບບມືອາຊີບແລະຄວາມສາມາດດ້ານການສື່ສານກັນດ້ວຍພາສາຕ່າງປະເທດທີ່ດີຂອງກອງທະຫານຮັກສາສັນຕິພາບຂອງຈີນໄດ້ຮັບການຕີລາຄາສູງແລະເປັນເອກະພາບຈາກໜ່ວຍປະເມີນແລະກອງທະຫານທີ່ເຂົ້າຮ່ວມການຊ້ອມຮົບຄັ້ງນີ້. ຮອງຫົວໜ້າກອງບັນຊາການກອງທະຫານກຳປູເຈຍປະຈຳລີບັງກ່າວວ່າ: “ການຊ້ອມຮົບການຄົ້ນຫາແລະຊ່ວຍເຫຼືອຂອງໜ່ວຍກູ້ມິ້ນຂອງຈີນໄດ້ຮັບໝາກຜົນຢ່າງຫຼວງຫຼາຍ,ຈະເປັນບົດຮຽນທີ່ດີສຳລັບໜ່ວຍກູ້ມິ້ນຂອງປະເທດກຳປູເຈຍ.”