ສູນຄວບຄຸມແລະປ້ອງກັນພະຍາດຂອງອາເມຣິກາລາຍງານວ່າ: ຕັບອັກເສບເດັກນ້ອຍທີ່ບໍ່ຮູ້ສາເຫດຈຳນວນໜຶ່ງອາດຈະແມ່ນເປັນຍ້ອນໄວຣັດຕ່ອມ

2022-05-02 12:00:18 CRI


     ສູນຄວບຄຸມແລະປ້ອງກັນພະຍາດຂອງອາເມຣິກາໄດ້ເປີດເຜີຍບົດລາຍງານໃນວັນທີ 29 ເມສາແລ້ວນີ້ສະແດງໃຫ້ເຫັນວ່າ: ນັບແຕ່ເດືອນຕຸລາປີ 2021 ຫາເດືອນກຸມພາປີ 2022, ລັດອາລາບາມາຂອງອາເມຣິກາໄດ້ລາຍງານພົບກໍລະນີຜູ້ເປັນພະຍາດຕັບອັກເສບທີ່ຮ້າຍແຮງສຳລັບເດັກນ້ອຍທີ່ບໍ່ຮູ້ສາເຫດທັງໝົດ 9 ກໍລະນີ ເຊິ່ງບໍ່ເຄີຍຕິດເຊື້ອໄວຣັດໂຄວິດ-19, ໃນຕົວຢ່າງເລືອດຂອງຜູ້ເປັນພະຍາດທັງໝົດ, ລ້ວນແຕ່ໄດ້ກວດພົບໄວຣັດຕ່ອມ, ພະຍາດຕັບອັກເສບນີ້ອາດຈະແມ່ນເປັນຍ້ອນໄວຣັດຕ່ອມ.


     ບົດລາຍງານແຈ້ງໃຫ້ຮູ້ວ່າ: ເດັກນ້ອຍຜູ້ເປັນພະຍາດ 9 ຄົນດັ່ງກ່າວລ້ວນແຕ່ເຄີຍໄປປົວພະຍາດຢູ່ໂຮງໝໍແມ່ແລະເດັກລັດອາລາບາມາ, ແລະມາຈາກເຂດຕ່າງກັນຂອງລັດດັ່ງກ່າວ, ບໍ່ມີການພົວພັນດ້ານພະຍາດແຜ່ລະບາດລະຫວ່າງເຂົາເຈົ້າ.


     ສູນຄວບຄຸມແລະປ້ອງກັນພະຍາດຂອງອາເມຣິກາລາຍງານວ່າ: ຜົນການສຳຫຼວດດັ່ງກ່າວແມ່ນໄດ້ມາຢູ່ບົນພື້ນຖານຂໍ້ມູນຂ່າວສານຂອງເດັກນ້ອຍຜູ້ເປັນພະຍາດເຫຼົ່ານີ້ຢູ່ລັດອາລາບາມາ, ສຳລັບເດັກນ້ອຍຜູ້ເປັນພະຍາດຕັບອັກເສບທີ່ບໍ່ຮູ້ສາເຫດອື່ນໆ, ອົງການດັ່ງກ່າວຍັງພວມສືບຕໍ່ຕິດຕາມຄວບຄຸມແລະສຳຫຼວດສາເຫດຢູ່.