ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ ຣັດເຊຍຈະບໍ່ສະແຫວງຫາການສິ້ນສຸດການເຄື່ອນໄຫວທາງການທະຫານພິເສດກ່ອນວັນທີ 9 ພຶດສະພານີ້

2022-05-02 11:50:18 CRI


     ເວັບໄຊກະຊວງການຕ່າງປະເທດຣັດເຊຍໄດ້ລາຍງານໃນວັນທີ 1 ພຶດສະພານີ້ວ່າ: ທ່ານເຊີເກ ລັຟຣົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ຣັດເຊຍຈະບໍ່ສະແຫວງຫາການສິ້ນສຸດການເຄື່ອນໄຫວທາງການທະຫານພິເສດຢູ່ອູແກຣນກ່ອນວັນທີ 9 ພຶດສະພານີ້ ເຊິ່ງກົງກັບວັນໄດ້ຮັບໄຊຊະນະໃນສົງຄາມປ້ອງກັນປະເທດອະດີດສະຫະພາບໂຊວຽດ.


     ທ່ານລັຟຣົຟກ່າວຕື່ມວ່າ: ຄວາມຄືບໜ້າຂອງການເຄື່ອນໄຫວທາງການທະຫານພິເສດຢູ່ອູແກຣນແມ່ນຂຶ້ນກັບຄວາມຈຳເປັນຂອງການຫຼຸດຜ່ອນຄວາມສ່ຽງທີ່ມີຕໍ່ປະຊາຊົນແລະທະຫານຣັດເຊຍໃຫ້ເຖິງລະດັບຕ່ຳສຸດ. ທ່ານຍັງກ່າວຕື່ມອີກວ່າ: ຣັດເຊຍບໍ່ຮຽກຮ້ອງໃຫ້ທ່ານໂວໂລດີເມຍ ເຊເລນສະກີ ປະທານາທິບໍດີອູແກຣນຍອມຈຳນົນ, ແຕ່ຮຽກຮ້ອງໃຫ້ທ່ານອອກຄຳສັ່ງປ່ອຍຕົວສາມັນຊົນທັງໝົດແລະຢຸດການຕໍ່ຕ້ານ. ເປົ້າໝາຍຂອງຣັດເຊຍບໍ່ໄດ້ລວມທັງການເຮັດໃຫ້ອູແກຣນຜັນປ່ຽນອຳນາດການປົກຄອງຊຸດໃໝ່.