ຈັດງານວາງສະແດງຮູບພາບງານກີລາໂອລິມປິກລະດູໜາວປັກກິ່ງຢູ່ຫໍພິພິທະພັນໂອລິມປິກຊັບໂປໂຣ

2022-05-02 12:14:09 CRI


     ຫວ່າງບໍ່ດົນມານີ້, ງານວາງສະແດງຮູບພາບງານກີລາໂອລິມປິກລະດູໜາວປັກກິ່ງແລະງານກີລາໂອລິມປິກຄົນພິການລະດູໜາວປັກກິ່ງປີ 2022 ໄດ້ຈັດຂຶ້ນຢູ່ຫໍພິພິທະພັນໂອລິມປິກຊັບໂປໂຣຂອງຍີ່ປຸ່ນ, ຮູບພາບເກືອບ 100 ແຜ່ນໄດ້ສະແດງໃຫ້ເຫັນເວລາທີ່ໜ້າຕື່ນເຕັ້ນໃນການເຂົ້າຮ່ວມງານກີລາໂອລິມປິກລະດູໜາວປັກກິ່ງຂອງຄະນະນັກກີລາຍີ່ປຸ່ນ.


     ນອກຈາກຮູບພາບແລ້ວ, ງານວາງສະແດງຄັ້ງນີ້ຍັງໄດ້ວາງສະແດງສັດນຳໂຊກຂອງງານກີລາໂອລິມປິກລະດູໜາວປັກກິ່ງແລະງານກີລາໂອລິມປິກຄົນພິການລະດູໜາວປັກກິ່ງ ຊຸດຫຼິ້ນກີລາແລະອຸປະກອນກີລາອື່ນໆຂອງຄະນະນັກກີລາຍີ່ປຸ່ນທີ່ໃຊ້ໃນເວລາເຂົ້າຮ່ວມງານກີລາໂອລິມປິກລະດູໜາວປັກກິ່ງແລະງານກີລາໂອລິມປິກຄົນພິການລະດູໜາວປັກກິ່ງ ພ້ອມທັງວິດີໂອຂອງພິທີເປີດງານກີລາໂອລິມປິກລະດູໜາວປັກກິ່ງ.

ງານວາງສະແດງຄັ້ງນີ້ຈະດຳເນີນໄປຮອດວັນທີ 31 ກໍລະກົດປີນີ້.