ຍີ່ປຸ່ນແລະຫວຽດນາມຍິນດີເພີ່ມທະວີການພົວພັນຄູ່ຮ່ວມທາງດ້ານຍຸດທະສາດ

2022-05-02 15:24:56 cri

      ວັນທີ 1 ພຶດສະພານີ້, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟາມມິງຈິງ ນາຍົກລັດຖະມົນຕີຫວຽດນາມໄດ້ພົບປະເຈລະຈາກັບທ່ານ ຟູມິໂອະ ຄິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນທີ່ໄປຢ້ຽມຢາມ ໂດຍສອງຝ່າຍຍິນດີຊຸກຍູ້ການພົວພັນຄູ່ຮ່ວມທາງດ້ານຍຸດທະສາດລະຫວ່າງສອງປະເທດໃຫ້ກ້າວເຂົ້າສູ່ໄລຍະການພັດທະນາອັນໃໝ່.

      ສຳນັກຂ່າວສານຫວຽດນາມລາຍງານວ່າ: ພາຍຫຼັງການພົບປະ,ທ່ານ ຟາມມິງຈິງ ແລະທ່ານ ຟູມິໂອະ ຄິຊິດະ ໄດ້ຮ່ວມກັນໃຫ້ສຳພາດຕໍ່ນັກຂ່າວ. ທ່ານ ຟາມມິງຈິງ ກ່າວວ່າ: ສອງຝ່າຍຍິນດີເພີ່ມທະວີການຮ່ວມມືດ້ານການຟື້ນຟູຄວາມຈະເລີນທາງເສດຖະກິດຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19,ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ການຄ້າແລະການລົງທຶນ,ອຸດສາຫະກຳຄົບວົງຈອນແລະການປະດິດສ້າງໃໝ່ເປັນຕົ້ນ. ຫວຽດນາມຈະລົງເລິກເຮັດໃຫ້ສະພາບແວດລ້ອມການລົງທຶນມີຄວາມໂປ່ງໃສແລະການເປີດປະຕູຕື່ມອີກ,ເພື່ອສ້າງເງື່ອນໄຂທີ່ດີໃຫ້ແກ່ນັກລົງທຶນເຊິ່ງລວມທັງວິສາຫະກິດຍີ່ປຸ່ນ.

      ນອກນີ້,ສອງຝ່າຍຍັງໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບການຮ່ວມມືດ້ານການເພີ່ມທະວີການສ້າງພື້ນຖານໂຄງລ່າງ,ສະໜັບສະໜູນການຫັນປ່ຽນຮູບແບບພະລັງງານຂອງຫວຽດນາມ,ຝຶກອົບຮົມຜູ້ອອກແຮງງານ,ຄວາມປອດໄພທາງດ້ານອິນເຕີເນັດແລະດ້ານອື່ນໆ.

      ທ່ານ ຟູມິໂອະ ຄິຊິດະ ໄດ້ຢ້ຽມຢາມຫວຽດນາມຢ່າງເປັນທາງການລະຫວ່າງວັນທີ 30 ເມສາຫາວັນທີ 1 ພຶດສະພານີ້.