ໂຄງການທີ່ວິສາຫະກິດຈີນຊ່ວຍສ້າງເຮັດໃຫ້ປະຊາຊົນບົສວານາຫຼາຍກວ່າເກົ່າສາມາດດື່ມນ້ຳປະປາໄດ້

2022-05-02 15:27:39 cri


      ໂຄງການປັບປຸງແລະຍົກລະດັບໂຮງງານຜະລິດນ້ຳປະປາທ້ອງຖິ່ນຢູ່ເມືອງມາຮາລັບເຢ ທີ່ຫ່າງຈາກນະຄອນຫຼວງກາໂບໂຣເນຂອງບົສວານາໄປທາງທິດເໜືອປະມານ 200 ກິໂລແມັດໂດຍແມ່ນບໍລິສັດກໍ່ສ້າງຈີນປະຈຳບົສວານາເປັນຜູ້ອອກແບບແລະກໍ່ສ້າງໄດ້ມອບໃຫ້ບໍລິສັດນ້ຳປະປາບົສວານາຢ່າງເປັນທາງການແລ້ວໃນຫວ່າງມໍ່ໆມານີ້.

      ຂ່າວແຈ້ງໃຫ້ຮູ້ວ່າ: ຢູ່ເມືອງມາຮາລັບເຢມີປະຊາຊົນປະມານ 1,1 ແສນຄົນ, ແຕ່ລະມື້ຕ້ອງການໃຊ້ນ້ຳ 20 ລ້ານລິດ, ໂຮງງານຜະລິດນ້ຳປະປາເກົ່າສາມາດຜະລິດນ້ຳປະປາໄດ້ພຽງແຕ່ 16 ລ້ານລິດເທົ່ານັ້ນ, ການໃຊ້ນ້ຳແມ່ນບັນຫາຫຍຸ້ງຍາກສຳລັບປະຊາຊົນທ້ອງຖິ່ນມາໂດຍຕະຫຼອດ. ສ່ວນໂຄງການປັບປຸງແລະຍົກລະດັບໂຮງງານຜະລິດນ້ຳປະປາຕົ້ນຕໍແມ່ນສ້າງອຸປະກອນທີ່ສາມາດກັ່ນເອົານ້ຳປະປາໄດ້ 18 ລ້ານລິດຕໍ່ມື້. ພາຍຫຼັງໂຄງການສ້າງສຳເລັດແລ້ວ,ບວກກັບຄວາມສາມາດສະໜອງນ້ຳທີ່ມີຢູ່ແລ້ວ,ທົ່ວໂຮງງານຜະລິດນ້ຳປະປາຈະມີຄວາມສາມາດດ້ານການສະໜອງນ້ຳໄດ້ຫຼາຍກວ່າຄວາມຕ້ອງການຊົມໃຊ້ນ້ຳຢ່າງຫຼວງຫຼາຍ,ພ້ອມທັງສາມາດຍົກຄຸນນະພາບນ້ຳໃຫ້ສູງຂຶ້ນອີກ.