ທ່ານສີຈິ້ນຜິງຕອບຈົດໝາຍທີມງານຊາວໜຸ່ມທີ່ສ້າງສະຖານີອະວະກາດຂອງກຸ່ມບໍລິສັດວິທະຍາສາດເຕັກນິກການບິນອະວະກາດຈີນ

2022-05-03 20:12:41 cri

ບັນດາສະຫາຍທີມງານຊາວໜຸ່ມທີ່ສ້າງສະຖານີອະວະກາດຂອງກຸ່ມບໍລິສັດວິທະຍາສາດເຕັກນິກການບິນອະວະກາດຈີນ:


    ສະບາຍດີ! ເມື່ອອ່ານຈົດໝາຍຂອງພວກສະຫາຍແລ້ວ, ຂ້າພະເຈົ້າໄດ້ຄິດຫວນຄືນເຖິງສະພາບການທີ່ໄດ້ແລກປ່ຽນຄວາມເຫັນກັບພະນັກງານໜຸ່ມຄົ້ນຄວ້າວິທະຍາສາດຢູ່ບໍລິສັດພວກສະຫາຍເມື່ອ 9 ປີກ່ອນ. ໃນໄລຍະ 9 ປີຜ່ານມານີ້, ຈາກສະຖານີອະວະກາດ “ທ່ຽນກົ່ງ”, ດາວທຽມ “ເປີຍໂຕ”, ຍານສຳຫຼວດດວງຈັນ “ສາງເອີ” ຕະຫຼອດຮອດຫ້ອງແກນກາງຫຼືໂຄໂມດົນ “ທ່ຽນເຫີ”, ຍານສຳຫຼວດດາວອັງຄານ “ທ່ຽນເວີ້ນ” ແລະ ດາວທຽມສຳຫຼວດດວງຕາເວັນ “ຊີເຫີ”, ພາລະກິດການບິນອະວະກາດຂອງຈີນໄດ້ສ້າງປະຫວັດສາດໜ້າໃໝ່ຢ່າງບໍ່ຢຸດຢັ້ງ, ຊາວໜຸ່ມການບິນອະວະກາດຈຳນວນຫຼວງຫຼາຍໄດ້ແບກຫາບໜ້າທີ່ສຳຄັນອັນໜັກໜ່ວງ ໂດຍໄດ້ສະແດງໃຫ້ເຫັນເຖິງໂສມໜ້າແລະຈິດໃຈທີ່ບຸກບືນກ້າວໜ້າຂອງຊາວໜຸ່ມຈີນໃນຍຸກໃໝ່.

    ການສ້າງປະເທດຊາດໃຫ້ເຂັ້ມແຂງດ້ານການບິນອະວະກາດຕ້ອງມີຫຼາຍເຊັ່ນຄົນສູ້ຊົນຢ່າງຕໍ່ເນື່ອງ. ຫວັງວ່າຊາວໜຸ່ມການບິນອະວະກາດທັງຫຼາຍ ຈະເສີມຂະຫຍາຍຈິດໃຈ “ລະເບີດປະລະມານູ, ລູກສອນໄຟ ແລະດາວທຽມ” , ຈິດໃຈການບິນອະວະກາດບັນທຸກຄົນ, ກ້າປະດິດສ້າງແລະກ້າບຸກທະລຸ, ສ້າງຜົນສຳເລັດອັນສະຫງ່າລາສີໃນຖານະເປັນໄວໜຸ່ມທີ່ສູ້ຊົນຢູ່ຕາມເສັ້ນທາງເດີນຕາມຄວາມໃຝ່ຝັນຢູ່ອະວະກາດ ເພື່ອສ້າງຜົນງານອີກຄັ້ງໃໝ່ໃນການບັນລຸເປົ້າໝາຍເພິ່ງຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນລະດັບສູງໃນດ້ານວິທະຍາສາດເຕັກນິກການບິນອະວະກາດຂອງຈີນ.

    ເນື່ອງໃນໂອກາດວັນຊາວໜຸ່ມຈີນ ທີ 4 ພຶດສະພາໃກ້ຈະໝູນວຽນມາເຖິງນີ້, ຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດໄປຍັງພວກສະຫາຍ ກໍຄືສະຫາຍຊາວໜຸ່ມທຸກຖວ້ນໜ້າທີ່ເຮັດວຽກຢູ່ແນວຮົບການບິນອະວະກາດ!

 

 ທ່ານ ສີຈິ້ນຜິງ

ປະທານປະເທດຈີນ 

ວັນທີ 2 ພຶດສະພາປີ 2022