ນັກວິຊາການເຢຍລະມັນເຫັນໄປໃນແງ່ດີຕໍ່ເສດຖະກິດດິຈີຕອນແລະເສດຖະກິດສີຂຽວຂອງຈີນ

2022-05-03 12:00:34 CRI


     ຫວ່າງບໍ່ດົນມານີ້, ທ່ານ ດຣ. ຮອສດ໌ ໂລເຊວ ສາດສະດາຈານສະຖາບັນການເງິນແລະການບໍລິຫານຟຣັນເຟີດຂອງເຢຍລະມັນໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ຕະຫຼາດຂອງຈີນມີກຳລັງບົ່ມຊ້ອນດ້ານການບໍລິໂພກຢ່າງມະຫາສານ, ມີຄວາມແຮງດຶງດູດຕໍ່ນັກທຸລະກິດຕ່າງປະເທດມາໂດຍຕະຫຼອດ. ເຖິງແມ່ນວ່າໄດ້ຖືກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຕາມ, ທ່ານຍັງເຫັນໄປໃນແງ່ດີຕໍ່ຄວາມທົນທານຂອງເສດຖະກິດຈີນແລະອະນາຄົດດ້ານການລົງທຶນ, ໂດຍສະເພາະແມ່ນເສດຖະກິດດິຈີຕອນແລະເສດຖະກິດສີຂຽວຂອງຈີນ.


     ຂໍ້ມູນເສດຖະກິດໃນໄຕມາດທຳອິດປີ 2022 ນີ້ທີ່ໄດ້ເປີດເຜີຍໃນຫວ່າງບໍ່ດົນມານີ້ສະແດງໃຫ້ເຫັນວ່າ: ເສດຖະກິດຈີນໄດ້ມີການເຕີບໂຕພາຍໃຕ້ສະພາບທີ່ຫຍຸ້ງຍາກ ແລະມີຄວາມໝັ້ນທ່ຽງໂດຍລວມໃນໄລຍະເບື້ອງຕົ້ນ, ຍອດມູນຄ່າຜະລິດຕະພັນພາຍໃນ ຫຼື GDP ໄດ້ເພີ່ມຂຶ້ນ 4,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ປັດໄຈທີ່ເຮັດໃຫ້ເສດຖະກິດຈີນມີຄວາມໝັ້ນທ່ຽງ, ແມ່ນຍ້ອນມີຄວາມທົນທານຈາກດ້ານພື້ນຖານຄືເກົ່າ ແລະນະໂຍບາຍດ້ານມະຫາພາກມີປະສິດທິຜົນ. ທ່ານ ດຣ. ຮອສດ໌ ໂລເຊວຍັງເຫັນວ່າ: ກຸ່ມຄົນທີ່ມີລາຍໄດ້ປານກາງມີຈຳນວນຫຼວງຫຼາຍແລະມີກຳລັງບົ່ມຊ້ອນດ້ານການບໍລິໂພກທີ່ມະຫາສານ, ແມ່ນສາເຫດສຳຄັນທີ່ເຮັດໃຫ້ຕະຫຼາດຂອງຈີນສາມາດຮັກສາຄວາມແຮງດຶງດູດຕໍ່ນັກທຸລະກິດຕ່າງປະເທດມາໂດຍຕະຫຼອດໄດ້.